ຄາດ​ຄະ​ເນ ສອງ​ແຜນການ​ເຕີບ​ໂຕ​ຂອງ​ເສດຖະກິດ​ຫວຽດນາມ ​ໃນ​ປີ 2020

Chia sẻ
(VOVWORLD) -   ທ່ານ ຫງວຽນຈີ໊ຢຸງ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໄດ້ຍື່ນສະເໜີຕໍ່ສະພາແຫ່ງຊາດ ບົດລາຍງານກ່ຽວກັບການຕີລາຄາເພີ່ມເຕີມໝາກຜົນການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ປີ 2019 ແລະ ສະພາບການຜັນຂະຫຍານແຜນການພັດທະນາເສດຖະກິດ - ສັງຄົມ ປີ 2020. 
ຄາດ​ຄະ​ເນ ສອງ​ແຜນການ​ເຕີບ​ໂຕ​ຂອງ​ເສດຖະກິດ​ຫວຽດນາມ ​ໃນ​ປີ 2020 - ảnh 1 (ພາບປະກອບ: vneconomy.vn)

     ບົນພື້ນຖານການຄາດຄະເນສະພາບການ, ສໍາຫຼວດກວດຄືນ ແລະ ຄິດໄລ່ບັນດາການສົມດຸ່ນໃຫຍ່, ຄາດຄະເນ ຄວາມສາມາດຈະ ມີຢູ່ 2 ແຜນການເຕີບໂຕເສດຖະກິດຫວຽດນາມ ປີ 2020.

        ແຜນການທີ 1: ໄລຍະທີ່ຫວຽດນາມຄວບຄຸມໂລກລະບາດໄດ້ໂດຍພື້ນຖານແມ່ນນັບແຕ່ກາງເດືອນເມສາ 2020 ແລະ ບັນດາປະເທດ ທີ່ເປັນຄູ່ຮ່ວມມືດ້ານການຄ້າ, ການລົງທຶນສໍາຄັນສໍາລັບຫວຽດນາມ ໃນໄຕມາດ 3 ປີ 2020, ຕາມນັ້ນແລ້ວ ວີທີີການເຕີບໂຕຍອດ ຜະລິດຕະພັນພາຍໃນ (GDP) ຄາດວ່າບັນລຸປະມານ 4,4 – 5,2% ເມື່ອທຽບໃສ່ປີ 2019 (ຕໍ່າກວ່າ 1,6 – 2,4% ຕາມເປົ້າໝາຍທີ່ໄດ້ວາງອອກ).

        ແຜນການທີ 2: ໄລຍະທີ່ຫວຽດນາມຄວບຄຸມໂລກລະບາດໄດ້ໂດຍພື້ນຖານແມ່ນນັບແຕ່ທ້າຍເດືອນເມສາ 2020 ແລະ ບັນດາປະເທດ ທີ່ເປັນຄູ່ຮ່ວມມືດ້ານການຄ້າ, ການລົງທຶນສໍາຄັນສໍາລັບຫວຽດນາມ ໃນໄຕມາດ 4 ປີ 2020, ຕາມນັ້ນແລ້ວ ວີທີີການເຕີບໂຕຍອດຜະລິດຕະພັນພາຍໃນ (GDP) ຄາດວ່າບັນລຸປະມານ 3,6 – 4,4% ເມື່ອທຽບໃສ່ປີ 2019 (ຕໍ່າກວ່າ 2,4 – 3,2% ຕາມເປົ້າໝາຍທີ່ໄດ້ວາງອອກ).

        ຕາມທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫງວຽນຈີີ໊ຢຸງແລ້ວ, ເພື່ອຮັບມືກັບວິກິດການ, ໃນປີ 2009, ລັດຖະບານຫວຽດນາມ ໄດ້ປະກາດໃຊ້ບ້ວງເງິນກະຕຸ້ນຄວາມຕ້ອງການ ເຊິ່ງໄດ້ນໍາມາເຊິ່ງຜົນກະທົບຢ່າງຕັ້ງໜ້າຕໍ່ພື້ນຖານເສດຖະກິດ, ປະກອບສ່ວນສະກັດກັ້ນລະດັບການຊຸດໂຊມຂອງເສດຖະກິດ. 

ຕອບກັບ