ຄະນະແພດໝໍດົ່ງນາຍກວດ, ປິ່ນປົວພະຍາດໃຫ້ແກ່ປະຊາຊົນລາວ ຜູ້ທຸກຍາກ

Chia sẻ

ຄະນະ​ແພດໝໍ​ດົ່ງ​ນາຍກວດ, ປິ່ນປົ​ວພະຍາດ​ໃຫ້​ແກ່​ປະຊາຊົນ​ລາວ​ຜູ້​ທຸກ​ຍາກ

ຄະນະແພດໝໍດົ່ງນາຍກວດ, ປິ່ນປົວພະຍາດໃຫ້ແກ່ປະຊາຊົນລາວ ຜູ້ທຸກຍາກ - ảnh 1

(ພາບ:baodongnai.com.vn)​

( vovworld ) – ຄະນະ​ແພດ​ໝໍ​ຂອງ​ແຂວງດົ່ງ​ນາຍ ຫາ​ກໍ່​ເດີນທາງ​ໄປ​ແຂວງ​ຈຳປາ​ສັກ ປະ​ເທດ​ລາວ ​ເພື່ອ​ກວດ, ປິ່ນປົວ​ພະຍາດ ​ແລະ ສະໜອງ​ຢຸກ​ຢາກ​ໂດຍ​ບໍ່​ຕ້ອງ​ເສຍ​ເງິນ​ໃຫ້​ປະຊາຊົນ​ທຸກ​ຍາກ​ຢູ່​ແຂ​ວງດັ່ງກ່າວ. ​ໃນ​ການ​ໄປ​ປະຕິບັດ​ງານ​ຄັ້ງນີ້, ຄະນະ​ກໍ່​ຈະ​ມອບ​ເງິນ​ຈຳນວນ 200 ລ້ານ​ດົ່ງ​ໃຫ້​ແກ່​ກອງ​ທຶນ “​ເພື່ອ​ຄົນ​ທຸກ​ຍາກ“ ຂອງ​ແຂວງ​ຈຳປາ​ສັກ. ທ່ານ Pham Van Dung ຫົວໜ້າ​ຄະນະ​ໃຫ້​ຮູ້​ວ່າ: ການ​ໄປ​ປະຕິບັດ​ງານ​ຄັ້ງນີ້​ຈະ​ດຳ​ເນີນ​ໄປ​ຮອດ​ວັນ​ທີ 11/8 ທີ່​ຈະ​ມາ​ເຖິງ, ນອກຈາກ​ສະໜອງຢຸກຢາ​ທຳ​ມະ​ດາ​ແລ້ວ, ຄະນະ​ຍັງ​ກະກຽມ​ຢາ​ປົວ​ພະຍາດ​ພິ​ເສດ​ຄື: ​ເບົ່າຫວານ, ​ຄວາມດັນເລືອດ​ສູງ…​ຄຽງ​ຄູ່​ກັບການ​ກວດ ​ແລະ ປີ່​ນປົວ​ພະຍາດ, ຄະນປະຕິບັດ​ງານ​ກໍ່​ຈະ​ໃຫ້​ຄຳ​ປຶກສາ, ໜູນ​ຊ່ວຍ​ແຂວງ​ຈຳປາ​ສັກ ​ໃນ​ບັນດາ​ການ​ເຄື​ອ່ນ​ໄຫວ​ຫັນ​ວຽກ​ງານ​ການ​ແພດ​ເປັນ​ວຽກ​ງານ​ຂອງ​ສັງຄົມ; ຮັບ​ທ່ານໝໍ​ລາວ​ແຕ່ 4-6 ຄົນ​ໄປ​ຮຽນ​ວິຊາ​ສະ​ເພາະ ​ແລະ ບົດຮຽນ​ຢູ່​ໂຮມ​ໝໍ​ແຫ່ງ​ຕ່າງໆ​ຂອງ​ແຂວງ​ດົ່ງນາຍ.