ຄະນະສື່ສານຊາວ ຫວຽດນາມ ອາໄສຢູ່ ຕ່າງປະເທດມາ ຢ້ຽນຢາມ VOV5

Chia sẻ
​(vovworld) – ຕອນ​ເຊົ້າ​ວັນ​ທີ 21/10, ຄະນະ​ສື່ສານ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ, ​ເຊິ່ງລວມມີ​ນັກ​ຂ່າວ​ໜັງສືພິມ​ຫວຽດ ຢູ່​ອາ​ເມ​ລິ​ກາ, ສ​ແຊກ, ​ໂປ​ໂລ​ຍ ​ແລະ ສະຫະພັນ​ລັດ​ເຊຍ ​ໄດ້​ມາ​ຢ້ຽມຢາມ​ລະບົບ​ບັນດາ​ລາຍການ​ກະຈາຍສຽງ​ພາກ​ພາສາ​ຕ່າງປະ​ເທດ (VOV5)
ຄະນະສື່ສານຊາວ ຫວຽດນາມ ອາໄສຢູ່ ຕ່າງປະເທດມາ ຢ້ຽນຢາມ VOV5 - ảnh 1
(ຄະນະ​ສື່ສານ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ
ຢ້ຽມຢາມ​ລະບົບ​ບັນດາ​ລາຍການ​ກະຈາຍສຽງ​ພາກ​ພາສາ​ຕ່າງປະ​ເທດ (VOV5)

​(vovworld) – ຕອນ​ເຊົ້າ​ວັນ​ທີ 21/10, ຄະນະ​ສື່ສານ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ, ​ເຊິ່ງລວມມີ​ນັກ​ຂ່າວ​ໜັງສືພິມ​ຫວຽດ ຢູ່​ອາ​ເມ​ລິ​ກາ, ສ​ແຊກ, ​ໂປ​ໂລ​ຍ ​ແລະ ສະຫະພັນ​ລັດ​ເຊຍ ​ໄດ້​ມາ​ຢ້ຽມຢາມ​ລະບົບ​ບັນດາ​ລາຍການ​ກະຈາຍສຽງ​ພາກ​ພາສາ​ຕ່າງປະ​ເທດ (VOV5) ຂອງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ (VOV). ຜູ້​ແທນ​ໃນ​ຄະນະ​ເກືອບ​ທັງ​ໝົດ​ ລ້ວນ​ແຕ່​ເອົາ​ໃຈ​ໃສ່​ເຖິງ​ການ​ພັດທະນາ​ຂອງ VOV​ ໃນ​ຊຸມ​ປີຜ່ານມາ. ປະຈຸ​ບັນ VOV ​ແມ່ນ​ອົງການ​ສື່ສານ​ດ້ວຍ​ຫຼາຍ​ຮູບ​ການ, ມີ​ທັງ​ວິທະຍຸ, ​ໂທລະພາບ, ສື່​ເອ​ເລກ​ໂຕ​ນິກ ​ແລະ ໜັງສືພິມ. VOV ​ໄດ້​ສ່ອງ​ແສງ​ຢ່າງ​ເລິກ​ເຊິ່ງ, ຕອບ​ສະໜອງ​ໄດ້​ຄວາມ​ຕ້ອງການ​​ດ້ານ​ຂໍ້​ມູນ​ຂ່າວຂອງ​ປະຊາຊົນ​ໃນ​ທຸກ​ຂົງ​ເຂດ​ຂອງ​ຊີວິດ​. ທະນາຍຄວາມ ດິງວຽດຕື໋, ບັນນາທິການ​ໃຫຍ່​ໜັງສືພິມ ​ເຮື໋ອງຫວຽດ (ມຸ່ງ​ໄປ​ສູ່​ປະ​ເທດ) ຢູ່​ອາ​ເມ​ລິ​ກາ, ​ເວົ້າ​ວ່າ:

ຂ້າພະ​ເຈົ້າ​ດີ​ໃຈ​ຫຼາຍ, ​ເພາະວ່າ​ມື້​ນີ້ ມີ​ໂອກາດ​ໄດ້​ເຂົ້າ​ໃຈ​ຕື່ມ​ກ່ຽວ​ກັບ VOV. ຂ້າພະ​ເຈົ້າ​ເຫັນ​ວ່າ​ມີ​ຫຼາຍ​ສິ່ງ​ຫຼາຍ​ຢ່າງ​ທີ່​ໃໝ່​ອ່ຽມ, ​ໃນ​ນັ້ນ​ຈຳນວນ​ເວລາ​ໂຄສະນາ​ອອກ​ຕ່າງປະ​ເທດ​ກໍ່ຫຼາຍກວ່າ, ​ແລະ ​ມີ​ຫຼາຍ​ພາສາອີກ. ປະຈຸ​ບັນ VOV ​ໄດ້​ເຊັນ​ສັນຍາ​ກັບ​ບັນດາ​ສຳນັກຂ່າວສານສາກົນ​ແລ້ວ. ຢູ່​ອາ​ເມ​ລິ​ກາ ​ມີ​ຫຼາຍ​ສຳນັກ​ຂ່າວສານ​ທ້ອງ​ຖີ່​ນ, ​ເຖິງ​ວ່າ​ບໍ່​ໃຫຍ່ ​ແຕ່​ໄດ້​ລົງ​ເລິກ​ເຂົ້າ​ໃນ​ຊີວິດ​ການ​ເປັນ​ຢູ່ຂອງ​ປະຊາຊົນ. ຕາມ​ຂ້າພະ​ເຈົ້າ​ແລ້ວ, ຖ້າ​ຫາກ​ມີ​ການ​ຮ່ວມ​ສຳພັນ​ກັບ​ບັນດາ​ສຳນັກ​ຂ່າວສານ​ນັ້ນ ​ແມ່ນ​ຈະ​ກຳ​ໄດ້​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ຊີວິດ​ຂອງ​ຊາວ​ຫວຽດນາມ​ຢູ່​ປະ​ເທດ​ນັ້ນ“.