ຄະນະພະນັກງານພັກກອມມູນິດ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກ ຢູ່ສ.ເກຼັກ

Chia sẻ
ຄະນະ​ພະນັກງານ​ພັກ​ກອມ​ມູນິດ​ຫວຽດນາມ ​ໂດຍ​ທ່ານ​ຮອງ​ສາດສະດາຈານ, ປະລິຍາ​ເອກ Vu Van Phuc, ​ບັນນາທິການ​ໃຫຍ່​ວາ​ລະ​ສານ​ກອມ​ມູນິດ ນຳ​ໜ້າ, ຫາ​ກໍ​ມີ​ການ​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ເກຼັກ ​ໃນ​ລະຫວ່າງ​ວັນ​ທີ 23 – 30/9.
ຄະນະພະນັກງານພັກກອມມູນິດ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກ ຢູ່ສ.ເກຼັກ - ảnh 1
ພິທີລົງນາມໃນບົດບັນທຶກຊ່ວຍຈຳລະຫວ່າງ
ວາ​ລະ​ສານ​ກອມ​ມູນິດຫວຽດນາມ ແລະ SolidNet
(ພາບ: vietnamplus.vn)

(vovworld) -     ຄະນະ​ພະນັກງານ​ພັກ​ກອມ​ມູນິດ​ຫວຽດນາມ ​ໂດຍ​ທ່ານ​ຮອງ​ສາດສະດາຈານ, ປະລິຍາ​ເອກ Vu Van Phuc, ​ບັນນາທິການ​ໃຫຍ່​ວາ​ລະ​ສານ​ກອມ​ມູນິດ ນຳ​ໜ້າ, ຫາ​ກໍ​ມີ​ການ​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ເກຼັກ ​ໃນ​ລະຫວ່າງ​ວັນ​ທີ 23 – 30/9. ຄະນະ​ໄດ້​ເຂົ້າ​ຢ້ຽມ​ຂໍ່ານັບ​ທ່ານ​ເລຂາທິການ​ໃຫຍ່ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ເກຼັກ ອາ​ເລ​ກາ ປາປາຣີກາ; ​ເຮ​ັດວຽກ​ກັບ​ກຳມະການ​ກົມ​ການ​ເມືອງ, ຜູ້​ຮັບຜິດຊອບ​ວຽກ​ງານ​ໂຄສະ​ນາອົບ​ຮົມ ດີ​ມິດ​ເຕີຣີດ ອາ​ເຣີວານ​ຕາ​ກິດ ​ແລະ ບັນດາ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູນິດ​ເກຼັກ. ​ໃນ​ການ​ເຮັດ​ວຽກ​ເຫຼົ່າ​ນັ້ນ, ທ່ານ Vu Van Phuc ​ໄດ້​ເນັ້ນ​ໜັກ​ວ່າ ໜຶ່ງ​ໃນ​ບັນດາ​​ຈຸດປະສົງ​ຕົ້ນ​ຕໍ​ໃນ​ການ​ຢ້ຽມຢາມ​ຂອງ​ຄະນະຄັ້ງ​ນີ້ ​ແມ່ນ​ເຮັດ​ວຽກກັບ​ແວບ​ໄຊ​ຂໍ້​ມູນ​ຂ່າວ​ສານ​ເອ​ເລກ​ໂຕ​ນິກ SolidNet, ຂອງ​ບັນດາ​ພັກ​ກອມມູນິດ ​ແລະ ກຳ​ມະກ​ອນສາກົນ, ​ໂດຍ​ພັກ​ກອມ​ມູນິດ​ເກຼັກ ບໍລິຫານ, ຜ່ານ​ນັ້ນ​ເປີດ​ກວ້າງ​ຊ່ອງ​ຂໍ້​ມູນ​ກ່ຽວ​ກັບ​ພັກ​ກອມ​ມິດ​ຫວຽດນາມ, ປະ​ເທດ​ຊາດ ​ແລະ ຊາວ​ຫວຽດນາມ ​ເຖິງ​ເພື່ອນ​ມິດສາ​ກົນ, ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ວາລະສານ​ພັກ​ກອມ​ມູນິດ​ຂອງ​ສອງປະ​ເທດ.