ຄະນະຜູ້ແທນສະຫະສະມາຄົມປະຊາຊົນສິງກາໂປຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ

Chia sẻ
(vovworld) – ວັນ​ທີ 30/10, ຢູ່ ຮ່າ​ໂນ້ຍ, ທ່ານ ຫງວຽນ​ທ້ຽນ​ເຍີນ, ກຳມະການ​ກົມ​ການ​​ເມືອງ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​​ໂຮມ​ປະ​ເທດ​ຊາດ...
ຄະນະຜູ້ແທນສະຫະສະມາຄົມປະຊາຊົນສິງກາໂປຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ - ảnh 1
ທ່ານ ຫງວຽນ​ທ້ຽນ​ເຍີນ ແລະ ຄະນະ​ຜູ້​ແທນ​ສະຫະ​ສະມາຄົມ​ປະຊາຊົນ ສິງ​ກາ​​ໂປ
(ພາບ: VGP/Từ Lương)

(vovworld) – ວັນ​ທີ 30/10, ຢູ່ ຮ່າ​ໂນ້ຍ, ທ່ານ ຫງວຽນ​ທ້ຽນ​ເຍີນ, ກຳມະການ​ກົມ​ການ​​ເມືອງ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​​ໂຮມ​ປະ​ເທດ​ຊາດ ຫວຽດນາມ, ຮອງ​ນາຍົກລັດຖະມົນຕີ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ສະຫະ​ສະມາຄົມ​ປະຊາຊົນ ສິງ​ກາ​​ໂປ ​ໂດຍ​​ຜູ້ອຳນວຍການ​ຝ່າຍບໍລິຫານ​ສະຫະ​ສະມາຄົມ Ang Hak Seng, ​ເປັນ​ຫົວໜ້າ​ຄະນະ, ​ເນື່ອງ​ໃນ​ໂອກາດ​ຄະນະ​ມາ​ຢ້ຽມ​ຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ນະ​ທີ່​ນີ້, ທ່ານ​ ຫງວຽນ​ທ້ຽນ​ເຍີນ ສະ​ເໜີ​ໃຫ້ 2 ອົງການ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື, ຍູ້​ແຮງ​ການ​ໂຄສະນາ​ເຜີຍ​ແຜ່​ຢ່າງ​ເລິກ​ເຊິ່ງ ​ແລະ ກ້ວາງ​ຂວາງ​ໃນ​ໝູ່ປະຊາຊົນ​ທຸກ​ຊັ້ນ​ວັນນະ​ກ່ຽວ​ກັບ​ມູນ​ເຊື້ອ​ສາມັກຄີ, ມິດຕະພາບ, ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ຫວຽດນາມ ​ແລະ ສິງ​ກາ​ໂປ. ທ່ານປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​​ໂຮມ​ປະ​ເທດ​ຊາດ ຫງວຽນ​ທ້ຽນ​ເຍີນ ​ເຊື່ອ​ໝັ້ນ​ວ່າ: ການ​ຢ້ຽມຢາມ​ຂອງ​ທ່ານ Ang Hak Sengຈະ​ປະກອບສ່ວນ​ເພີ່ມ​ທະວີ, ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ສະໜິດ​ຕິດ​ພັນ​ອັນ​ດີ​ງາມ​ລະ​ຫວ່າງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ແລະ ສະຫະ​ສະມາຄົມ ປະຊາຊົນ ສິງ​ກາ​ໂປ.

        ກ່ອນ​ໜ້າ​ນັ້ນ, ຄະນະ​ຜູ້​ແທນຄະນະ​ກຳມະການ​ສູນ​ກາງ​ແນວ​​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໂດຍ​ທ່ານ ຫວູຈ້ອງ​ກິມ, ກຳມະການ​ສູນ​ກາງ​ພັກ, ຮອງ​ປະທານ​ທັງ​ເປັນ​ເລຂາທິການ​ໃຫຍ່ ​ໄດ້​ມີ​ການ​ເຈລະຈາ​ກັບ​ຄະນະ​ຜູ້​ແທນ​ສະຫະ​ສະມາຄົມ ປະຊາຊົນ ສິງ​ກາ​ໂປ.