ຄະນະຜູ້ແທນສະມາຊິກສະພາ ແຫ່ງຊາດແດນມາກ ຢ້ຽມຢາມ ຫວຽດນາມ

Chia sẻ
ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Nguyen Thi Kim Ngan ​ໄດ້​​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນສະມາຊິກ​ສະພາ​ແຫ່ງ​ຊາດ​ລາ​ຊະ​ອານາຈັກ​ແດນ​ມາກ
ຄະນະຜູ້ແທນສະມາຊິກສະພາ ແຫ່ງຊາດແດນມາກ ຢ້ຽມຢາມ ຫວຽດນາມ - ảnh 1
ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ Nguyen Thi Kim Ngan
​ຄະນະ​ຜູ້​ແທນສະມາຊິກ​ສະພາ​ແຫ່ງ​ຊາດ​ລາ​ຊະ​ອານາຈັກ​ແດນ​ມາກ
(ພາບ: vnanet.vn)

(TTX) -     ຕອນ​ບ່າຍ​ວັນ​ທີ 17/9, ຢູ່​ຮ່າ​ໂນ້ຍ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Nguyen Thi Kim Ngan ​ໄດ້​​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນສະມາຊິກ​ສະພາ​ແຫ່ງ​ຊາດ​ລາ​ຊະ​ອານາຈັກ​ແດນ​ມາກ ​ໂດຍ​ທ່ານ Eyvind Vesselbo, ສະມາຊິກ​ສະພາ​ແຫ່ງ​ຊາດ​ເປັນ​ຫົວໜ້າ​ຄະ​ນະ ທີ່​ພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທ່ານນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ Nguyen Thi Kim Ngan ​​ໄດ້​ສະ​ເໜີ​ໃຫ້​ສອງຝ່າຍ​ຍູ້​ແຮງ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ຄະນະຜູ້​ແທນ​ຂັ້ນ​ສູງ, ກຸ່ມ​ສະມາຊິກ​ສະພາ​ແຫ່ງ​ຊາດ​ມິດຕະພາບ, ພ້ອມ​ກັນ​ນັ້ນ ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ, ​ແບ່ງປັນ​ບົດຮຽນ​ໃນ​ບັນດາ​ຂົງ​ເຂດ​ນິຕິ​ບັດ​ຍັດ, ຕິດຕາມ​ກວດກາ, ການ​ພົວພັນ​ລະ​ຫວ່າງສະພາ​ແຫ່ງ​ຊາດ ກັບ ຜູ້​ມີ​ສິດ​ເລືອກ​ຕັ້ງ. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວັງ​ວ່າ ສອງ​ຝ່າຍ​ຄວນຕັ້ງໜ້າ​ສົງ​ເສີມການ​ຮ່ວມ​ມື​ໃນ​ການ​ພັດທະນາ​ອຸດສາຫະກຳ​ພະລັງງານ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ການ​ສຶກສາ​ບຳງລຸງ​ສ້າງ ​ແລ​ະ ລົບ​ລ້າງ​ຄວາມ​ອຶດຫິວ ຫຼຸດຜ່ອນ​ຄວາມທຸກ​ຍາກ.