ຄະນະຜູ້ແທນທະຫານຂັ້ນສູງກອງທັບປະຊາຊົນຫວຽດນາມ ຢ້ຽມຢາມສັນຖະວະໄມຕີສະຫະພັນລັດເຊຍ

Chia sẻ
ຄະນະ​ຜູ້​ແທນ​​ທະຫານຂັ້ນ​ສູງ​ກອງທັບ​ປະຊາຊົນ​ຫວຽດນາມ ຢ້ຽມຢາມ​ສັນຖະວະ​ໄມຕີ​ສະຫະພັນ​ລັດ​ເຊຍ
ຄະນະຜູ້ແທນທະຫານຂັ້ນສູງກອງທັບປະຊາຊົນຫວຽດນາມ ຢ້ຽມຢາມສັນຖະວະໄມຕີສະຫະພັນລັດເຊຍ - ảnh 1
(ພາບປະກອບ)

(vovworld) -​     ​ໂດຍ​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ພົນ​ເ​ອກ Makarov Nikilai Egorovich, ​ເສນາ​ທິການ​ໃຫຍ່​ກຳລັງ​ປະກອບ​ອາວຸດ​ສະຫະພັນ​ລັດ​ເຊຍ, ຮອງ​ລັດຖະມົນຕີ​ຜູ້​ທີ່​ໜຶ່ງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະພັນ​ລັດ​ເຊຍ, ຄະນະ​ຜູ້​ແທນ​​ທະຫານຂັ້ນ​ສູງ​ກອງທັບ​ປະຊາຊົນ​ຫວຽດນາມ ​ໂດຍ​ທ່ານ​ພົນ​ໂທ Do Ba Ty, ກຳມະການ​ສູນ​ກາງ​ພັກ, ​ເສນາ​ທິການໃຫຍ່, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ເປັນ​ຫົວໜ້າ​ຄະນະ, ​ໄດ້​ເດີ່ນ​ທາງ​ອອກ​ຈາກ​ຮ່າ​ໂນ້ຍ​ໃນ​ຕອນ​ເຊົ້າ​ວັນ​ທີ 20/10 ​ເລີ່​ມຕົ້ນ​ການ​ຢ້ຽມຢາມສັນຖະວະ​ໄມຕີ​ສະຫະພັນ​ລັດ​ເຊຍ ຢ່າງ​ເປັນ​ທາງ​ການ. ການ​ຢ້ຽມຢາມ​ຂອງ​ຄະນະ​​ແມ່ນ​ເພື່ອ​ແນ​ໃສ່​ປະ​ກອບ​ສ່ວນ​ປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງຮອບດ້ານ​ລະຫວ່າງ​ກອງທັບ ​ແລະ ​ປະຊາຊົນ​ສອງ​ປະ​ເທດ; ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ​ໃນ​ນັ້ນ​ພິ​ເສດ​ແມ່ນ​ຂົງ​ເຂດ​ຮ່ວມ​ມື​ບຳລຸງ​ສ້າງ ​ແລະ ຮ່ວມ​ມື​ດ້ານ​ເຕັກນິກ​ການ​ທະຫານ.