ຄະນະຜູ້ແທນຂັ້ນສູງກະຊວງສາທາລະນະສຸກຫວຽດນາມຢ້ຽມຢາມນິວຊີແລນ

Chia sẻ
(vovworld)- ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຫວຽດ​ນາມ ໂດຍ​ທ່ານ​ນາງ​ ຫງວຽນ​ທິ​ກິມ​ຕ້ຽນ ລັດ​ຖະ​ມົນ​ຕີວ່າ​ການ​ກະ​ຊວງ​ດັ່ງ​ກ່າວ​ນຳ​ໜ້າ​...

ຄະນະຜູ້ແທນຂັ້ນສູງກະຊວງສາທາລະນະສຸກຫວຽດນາມຢ້ຽມຢາມນິວຊີແລນ - ảnh 1
ທ່ານ​ນາງ​ ຫງວຽນ​ທິ​ກິມ​ຕ້ຽນ ລັດ​ຖະ​ມົນ​ຕີວ່າ​ການ​ກະ​ຊວງ
ສາ​ທາ​ລະ​ນະ​ສຸກ​ຫວຽດ​ນາມ

(vovworld)- ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຫວຽດ​ນາມ ໂດຍ​ທ່ານ​ນາງ​ ຫງວຽນ​ທິ​ກິມ​ຕ້ຽນ ລັດ​ຖະ​ມົນ​ຕີວ່າ​ການ​ກະ​ຊວງ​ດັ່ງ​ກ່າວ​ນຳ​ໜ້າ​ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ນິວ​ຊີ​ແລນ​ໃນ​ວັນ​ທີ 20 ແລະ 21/8. ການ​ຢ້ຽມ​ຢາມ​ຂອງ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຫວຽດ​ນາມ ແມ່ນ​ເພື່ອ​ແນ​ໃສ່​ຜັນ​ຂະ​ຫຍາຍ​ບັນ​ດາ​ເນື້ອ​ໃນ​ຮ່ວມ​ມື​ຊຶ່ງ​ໄດ້​ເປັນ​ເອ​ກະ​ພາບ​​ກັນລະ​ຫວ່າງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ແລະ ນິວ​ຊີ​ແລນ, ອັນ​ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເຄ​ື່ອນ​ໄຫວສະ​ເຫຼີມ​ສະຫຼອງ 40 ປີ​ແຫ່ງວັນ​ສ້າງ​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ 2 ປະ​ເທດ. ການ​ຢ້ຽມ​ຢາມ​ຂອງ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຫວຽດ​ນາມ ແມ່ນ​ກໍເພື່ອ​ແນ​ໃສ່​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ການ​ຮ່ວມ​ມື​ແບບ​ຄູ່​ຮ່ວມ​ມື​ລະ​ຫວ່າງ​ລັດ​ຖະ​ບານ 2 ປະ​ເທດ, ໃນ​ນັ້ນ ເອົາ​ໃຈ​ໃສ່​ເຖິງຂົງ​ເຂດສາ​ທາ​ລະ​ນະ​ສຸກ ແລະ ຄວາມ​ປອດ​ໄພ​ດ້ານ​ສະ​ບຽງອາ​ຫານ.