ຄະນະຜູ້ຕາງໜ້າ ຫວຽດນາມ ແລະ ລາວ ຢູ່ ເຊີແນວ ເສີມສ້າງສາຍພົວພັນແບບພິເສດລະຫວ່າງ 2 ປະເທດ

Chia sẻ
(VOVWORLD) -ບັນດາພະນັກງານ, ພາລະກອນຂອງຄະນະຜູ້ຕາງໜ້າ ຫວຽດນາມ ຈະສືບຕໍ່ຮ່ວມເດີນທາງ, ຮ່ວມມືກັບພະນັກງານ, ພາລະກອນຄະນະຜູ້ຕາງໜ້າ ລາວ ປະຈຳ ເຊີແນວ ຢ່າງແໜ້ນແຟ້ນ
ຄະນະຜູ້ຕາງໜ້າ ຫວຽດນາມ ແລະ ລາວ ຢູ່ ເຊີແນວ ເສີມສ້າງສາຍພົວພັນແບບພິເສດລະຫວ່າງ 2 ປະເທດ - ảnh 1ທ່ານເອກອັກຄະລັດຖະທູດ ລັດສະໝີ ແກ້ວມະນີ ແລະ ທ່ານນາງເອກອັກຄະລັດທູດ ເລທິຕວຽດມາຍ ພ້ອມກັບຄະນະຂອງ 2 ປະເທດ
(ພາບ: TTXVN)

ວັນທີ 29 ສິງຫາ, ທ່ານເອກອັກຄະລັດຖະທູດ ລັດສະໝີ ແກ້ວມະນີ, ຫົວໜ້າຄະນະຜູ້ຕາງໜ້າ ລາວ ປະຈຳສະຫະປະຊາຊາດ, ອົງການການຄ້າໂລກ (WTO) ແລະ ບັນດາອົງການຈັດຕັ້ງສາກົນອື່ນຢູ່ ເຊີແນວ (ປະເທດສະວິດ) ໄດ້ອວຍພອນຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ, WTO ແລະ ບັນດາອົງການຈັດຕັ້ງສາກົນອື່ນໆຢູ່ ເຊີແນວ ເນື່ອງໃນໂອກາດສະເຫຼີມສະຫຼອງ 77 ປີແຫ່ງວັນຊາດ ຫວຽດນາມ.

        ກ່າວຄຳເຫັນເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ລັດສະໝີ ແກ້ວມະນີ ໄດ້ເນັ້ນໜັກເຖິງມູນເຊື້ອອັນລ້ຳຄ່າ ຍາມໃດກໍ່ມີຄວາມສະໜິດຕິດພັນ ພ້ອມກັນແບ່ງປັນ, ຮ່ວມມືກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສຫຼາຍຝ່າຍລະຫວ່າງ 2 ຄະນະປະຈຳ ເຊີແນວ.

        ສ່ວນທ່ານນາງເອກອັກຄະລັດທູດ ຫວຽດນາມ ເລທິຕວຽດມາຍ ຢືນຢັນວ່າ, ບັນດາພະນັກງານ, ພາລະກອນຂອງຄະນະຜູ້ຕາງໜ້າ ຫວຽດນາມ ຈະສືບຕໍ່ຮ່ວມເດີນທາງ, ຮ່ວມມືກັບພະນັກງານ, ພາລະກອນຄະນະຜູ້ຕາງໜ້າ ລາວ ປະຈຳ ເຊີແນວ ຢ່າງແໜ້ນແຟ້ນ, ຮັກສາ ແລະ ເສີມສ້າງສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ ຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ.

ຕອບກັບ