ຄະນະປະຕິບັດງານຂອງນະຄອນ ໂຮ່ຈີມິນ ໄປກວດ, ປິ່ນປົວພະຍາດກຸສົນຢູ່ ລາວ

Chia sẻ
(VOVWORLD) - ລາຍການກວດ, ປິ່ນປົວພະຍາດໄດ້ຮັບການຜັນຂະຫຍາຍເພື່ອສະແດງນ້ຳໃຈອາລົມຈິດ, ຄວາມເອົາໃຈໃສ່ຂອງການນຳ ແລະ ປະຊາຊົນນະຄອນ ໂຮ່ຈີມິນ ຕໍ່ປະຊາຄົມຊາວ ຫວຽດນາມ ທີ່ປະສົບກັບຄວາມຫຍຸ້ງຍາກ ພວມດຳລົງຊີວິດຢູ່ແຂວງ ສະຫວັນນະເຂດ.
ຄະນະປະຕິບັດງານຂອງນະຄອນ ໂຮ່ຈີມິນ ໄປກວດ, ປິ່ນປົວພະຍາດກຸສົນຢູ່ ລາວ - ảnh 1ຄະນະປະຕິບັດງານໄປກວດ, ປິ່ນປົວພະຍາດ, ແຈກຢາຍຢຸກຢາ
(ພາບ: SGGP)

        ວັນທີ 05 ເມສາ, ຄະນະກຳມະການກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ນະຄອນ ໂຮ່ຈີມິນ ສົມທົບກັບພະແນກສາທາລະນະສຸກນະຄອນ ໂຮ່ຈີມິນ ຈັດສົ່ງຄະນະປະຕິບັດງານໄປກວດ, ປິ່ນປົວພະຍາດ, ແຈກຢາຍຢຸກຢາ, ມອບຂອງຂວັນໃຫ້ປະຊາຄົມຊາວ ຫວຽດນາມ ແລະ ປະຊາຊົນຜູ້ປະສົບກັບຄວາມຫຍຸ້ງຍາກຢູ່ແຂວງ ສະຫວັນນະເຂດ. ເນື່ອງໃນໂອກາດນີ້, ຄະນະທ່ານໝໍ, ແພດໝໍນະຄອນ ໂຮ່ຈີມິນ ໄປກວດ, ປິ່ວປົນພະຍາດ, ແຈກຢາຍຢຸກຍາ ແລະ ມອບຂອງວັນເກືອບ 500 ພູດໃຫ້ແກ່ປະຊາຊົນ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວນອນໃນຂອບເຂດລາຍການ “ງານວາງສະແດງນະຄອນ ໂຮ່ຈີມິນ ແລະ ບັນດາແຂວງ, ນະຄອນມິດຕະພາບຢູ່ ສະຫວັນນະເຂດ ຄັ້ງທີ 4” ປີ 2024.

        ກ່າວຄຳເຫັນທີ່ພິທີ, ທ່ານ ຮ່າເຟືອກທັງ, ຮອງຫົວໜ້າຄະນະສະມາຊິກສະພາແຫ່ງຊາດນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ: ລາຍການກວດ, ປິ່ນປົວພະຍາດໄດ້ຮັບການຜັນຂະຫຍາຍເພື່ອສະແດງນ້ຳໃຈອາລົມຈິດ, ຄວາມເອົາໃຈໃສ່ຂອງການນຳ ແລະ ປະຊາຊົນນະຄອນ ໂຮ່ຈີມິນ ຕໍ່ປະຊາຄົມຊາວ ຫວຽດນາມ ທີ່ປະສົບກັບຄວາມຫຍຸ້ງຍາກ ພວມດຳລົງຊີວິດຢູ່ແຂວງ ສະຫວັນນະເຂດ. ພ້ອມກັບວຽກງານກວດ, ປິ່ນປົວພະຍາດ, ຄະນະຜູ້ແທນກໍ່ໄດ້ສະໜອງຂໍ້ມູນຂ່າວກ່ຽວກັບແນວທາງການຕ່າງປະເທດ, ແຜນນະໂຍບາຍມະຫາສາມັກຄີທົ່ວປວງຊົນທັງຊາດ ແລະ ບັນດານະໂຍບາຍຂອງພັກ, ລັດ ກ່ຽວຂ້ອງເຖິງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ; ແຈ້ງຂໍ້ມູນຂ່າວກ່ຽວກັບບັນດາຜົນງານທີ່ນະຄອນບັນລຸໄດ້ໃນປີຜ່ານມາ, ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈ, ລະດົມກຳລັງໃຈຊາວ ຫວຽດນາມ ໃຫ້ນັບມື້ນັບມີຄວາມສະໜິດຕິດພັນ, ອວ່າຍໜ້າເມືອຫາບ້ານເກີດເມືອງນອນ, ປະເທດຊາດ.

ຕອບກັບ