ຄະ​ນະ​ປະ​ຕິ​ບັດ​ການ​ຕ່າງ​ປະ​ເທດ ຂອງ ລັດ​ເຊຍ ຢູ່ NATO ໄດ້​ຢຸດ​ຕິ​ການ​ເຄື່ອນ​ໄຫວນັບແຕ່​ເດືອນ ພະ​ຈິກ​ປີ 2021

Chia sẻ
(VOVWORLD) -NATO ໄດ້ຕັດສິນຫຼຸດຜ່ອນຈຳນວນພະນັກງງານການທູດໃນຄະນະປະຕິບັດງານຂອງ ລັດເຊຍ ປະຈຳ ອົງການດັ່ງກ່າວ, ແຕ່ 20 ຄົນລົງເຫຼືອ 10 ຄົນ, ພ້ອມທັງເນລະເທດ ພະນັກງງານ 8 ຄົນໃນຄະນະປະຕິບັດງານຂອງ ລັດເຊຍ ປັດຈຸບັນ ແລະ ຍົກເລີກ 2 ທີ່ນັ່ງທີ່ຍັງວ່າງ.
ຄະ​ນະ​ປະ​ຕິ​ບັດ​ການ​ຕ່າງ​ປະ​ເທດ ຂອງ ລັດ​ເຊຍ ຢູ່ NATO ໄດ້​ຢຸດ​ຕິ​ການ​ເຄື່ອນ​ໄຫວນັບແຕ່​ເດືອນ ພະ​ຈິກ​ປີ 2021 - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov (ພາບ: TTXVN)

ວັນທີ 18 ຕຸລາ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ໄດ້ປະກາດວ່າ ຄະນະປະຕິບັດງານຂອງ ກະຊວງການຕ່າງປະເທດ ລັດເຊຍ ປະຈຳ ອົງການສົນທິສັນຍາອັດລັງຕິກເໜືອ (NATO) ຈະຢຸດຕິການເຄື່ອນໄຫວນັບແຕ່ວັນທີ 1 ພະຈິກ ແລະ ທຸກຂໍ້ມູນແລກປ່ຽນລະຫວ່າງສອງຝ່າຍ ຈະໄດ້ຮັບການປະຕິບັດຜ່ານສະຖານທູດ ລັດເຊຍ ປະຈຳ ແບນຊິກ. ສຳນັກຂ່າວສານ TASS ໄດ້ຄັດສະເໜີຄຳເວົ້າຂອງ ທ່ານ ລັດຖະມົນຕີ Sergei Lavrov ໂດຍໃຫ້ຮູ້ວ່າ ລັດເຊຍ ບໍ່ຮັບຮອງເອົາບັນດາພະນັກງານຄະນະປະຕິບັດງານຂອງ NATO ປະຈຳ ມົດສະກູ.

ກ່ອນໜ້ານັ້ນ, NATO ໄດ້ຕັດສິນຫຼຸດຜ່ອນຈຳນວນພະນັກງງານການທູດໃນຄະນະປະຕິບັດງານຂອງ ລັດເຊຍ ປະຈຳ ອົງການດັ່ງກ່າວ, ແຕ່ 20 ຄົນລົງເຫຼືອ 10 ຄົນ, ພ້ອມທັງເນລະເທດ ພະນັກງງານ 8 ຄົນໃນຄະນະປະຕິບັດງານຂອງ ລັດເຊຍ ປັດຈຸບັນ ແລະ ຍົກເລີກ 2 ທີ່ນັ່ງທີ່ຍັງວ່າງ. ລັດເຊຍ ໄດ້ກ່າວຫາວ່າ ເລື່ອງ NATO ເນລະເທດບັນດານັກການທູດ ໃນຄະນະປະຕິບັດງານ ຂອງ ລັດເຊຍ ແມ່ນໄປຝືນກັບບັນດາຖະແຫຼງການ ກ່ຽວກັບຄວາມມານະພະຍາຍາມເຈລະຈາ ກັບ ລັດເຊຍ ທີ່ໄດ້ຍົກອອກມາກ່ອນນັ້ນ.

ຕອບກັບ