ຄະນະປະຈຳສະພາແຫ່ງຊາດໄຂກອງປະຊຸມເທື່ອທີ 45

Chia sẻ
(VOVWORLD) -  ຕອນເຊົ້າວັນທີ 08 ພຶດສະພາ, ພາຍໃຕ້ການເປັນປະທານຂອງທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ, ຄະນະປະຈຳສະພາແຫ່ງຊາດໄດ້ໄຂກອງປະຊຸມເທື່ອທີ 45. 

ກ່າວຄຳເຫັນທີ່ພິທີໄຂ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໃຫ້ຮູ້ວ່າ: ນີ້ແມ່ນກອງປະຊຸມສຸດທ້າຍ ເພື່ອປະກອບຄຳເຫັນກ່ຽວກັບບັນດາເນື້ອໃນກະກຽມຍື່ນສະເໜີສະພາແຫ່ງຊາດທີ່ກອງປະຊຸມສະໄໝສາມັນເທື່ອທີ 9 ແລະ ບາງເນື້ອໃນຂຶ້ນກັບສິດອຳນາດຂອງຄະນະປະຈຳສະພາແຫ່ງຊາດ.

ຄະນະປະຈຳສະພາແຫ່ງຊາດໄຂກອງປະຊຸມເທື່ອທີ 45 - ảnh 1 ຄະນະປະຈຳສະພາແຫ່ງຊາດໄຂກອງປະຊຸມເທື່ອທີ 45  (ພາບ:quochoi.vn)

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຖືວ່າ: ເວລາເຮັດວຽກຂອງກອງປະຊຸມເທື່ອທີ່ນີ້ ມີພຽງແຕ່ 3 ວັນເທົ່ານັ້ນ ແຕ່ປະລິມານວຽກງານແມ່ນຫລາຍພໍສົມຄວນ. ທ່ານນາງ ຫງວຽນທິກິມເງິນ ກ່າວວ່າ:

        “ຂ້າພະເຈົ້າສະເໜີ ເຖິງວ່າບໍ່ໄດ້ປະຊຸມລຽນກັນໃນ 3 ວັນກໍ່ຕາມ ແຕ່ພວກເຮົາກໍ່ໄດ້ໃກ້ຊິດຕິດແທດກັບລາຍການ, ເນື້ອໃນທີ່ໄດ້ກະກຽມ ແລະ ບັນດາອົງການທີ່ກ່ຽວຂ້ອງ, ເປັນຕົ້ນແມ່ນອົງການສືບສວນ ຄວນເອົາໃຈໃສ່. ພ້ອມກັນນັ້ນ ບັນດາອົງການສຳນັກງານລັດຖະບານ , ບັນດາອົງການທີ່ກ່ຽວຂ້ອງ ຈົ່ງສືບຕໍ່ຮັບປະກັນ, ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການ ກ່ຽວກັບການສົ່ງເອກະສານໃຫ້ກອງປະຊຸມ ເພື່ອຮັບປະກັນຄຸນນະພາບ ແລະ ໄວທີ່ສຸດ.

        ຕໍ່ຈາກນັ້ນ, ພາຍໃຕ້ການບໍລິຫານຂອງທ່ານຮອງປະທານສະພາແຫ່ງຊາດ ໂດບ໊າຕິ, ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນໃສ່ຮ່າງບົດລາຍງານໝາກຜົນຕິດຕາມກວດກາການແກ້ໄຂ, ຕອບຂໍ້ສະເໜີຂອງຜູ້ມີສິດເລືອກຕັ້ງທີ່ສົ່ງເຖິງກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດຊຸດທີ 14.

ຕອບກັບ