ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນກ່ຽວກັບການພັດທະນາເສດຖະກິດສັງຄົມ

Chia sẻ
(vovworld)-ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ສະພາບ​ການ​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ ສັງຄົມ ​ແລະ ​ແຜນ​ງົບປະມານ​ແຫ່ງ​ລັດ​ປີ 2013
ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນກ່ຽວກັບການພັດທະນາເສດຖະກິດສັງຄົມ - ảnh 1
ກອງ​ປະຊຸມ​ຄັ້ງ​ທີ 22 ຄະນະປະຈຳສະພາແຫ່ງຊາດ
ພາບ:noichinh.vn

(vovworld)- ​ ສືບ​ຕໍ່​ກອງ​ປະຊຸມ​ຄັ້ງ​ທີ 22, ຕອນ​ເຊົ້າ​ວັນ​ທີ 11/10, ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ທິກີ​ມ​ເງິນ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ສະພາບ​ການ​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ ສັງຄົມ ​ແລະ ​ແຜນ​ງົບປະມານ​ແຫ່ງ​ລັດ​ປີ 2013, ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ​ໄລຍະ 5 ປີ​(2011-2015), ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ​ປີ 2014 ​ແລະ 2015, ​ແຜນ​ງົບປະມານ​ແຫ່ງ​ລັດ​.

        ​ເມື່ອ​ປະ​ກອບ​ຄຳ​ເຫັນ​ໃສ່​ບົດ​ລາຍ​ງານ, ບັນດາ​ຜູ້​ແທນ​ລ້ວນ​ແຕ່​ຕີ​ລາຄາ​ສູງ​ບັນດາ​ນະ​ໂຍບາຍ​ຊື່​ງລັດຖະບານ​ໄດ້​ວາງ​ອອກ​ເພື່ອ​ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັກສາ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ, ລາຄາ​ໃນ​ທ້ອງ​ຕະຫລາດ​ເປັນ​ປົກກະຕິ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ມີ​ຫລາ​ຍຄຳ​ເຫັນ​ຖື​ວ່າ: ການ​ຜັນ​ແປ​ດ້ານ​ເສດຖະກິດ​ສັງຄົມ​ສະ​ແດງ​ໃຫ້​ເຫັນ​ພື້ນຖານ​ເສດຖະກິດ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍ​ຫລາຍຢ່າງ, ສ່ົງ​ຜົນ​ສະທ້ອນ​ເຖິງ​ເລື່ອງ​ສຳ​ເລັດ​ບາງ​ຄາດໝາຍ. ທ່ານ ຟຸ່ງ​ກວກ​ຫຽນ, ຫົວຫນ້າ​ກຳມາ​ທິການ​ງົບປະມານ​ຂອງ​ສະພາ​ແຫ່ງ​ຊາດ​ໄດ້​ໄຈ້​ແຍກ​ວ່າ:

        “ຈຸດໝາຍ​ຂອງ​ສະພາ​ແຫ່ງ​ຊາດ​ວາງ​ອອກ​ນັ້ນ​ແມ່ນ ສອງ​ປີ​ທີ່​ຍັງ​ເຫລືອ​ 2014, 2015 ຕ້ອງ​ຮັບປະກັນ​ການ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃຫມ່. ຈຸດໝາຍ​ນີ້​ຕ້ອງ​ປັບປຸງ​ຄືນ​ໃຫມ່ ​ແລະ ສືບ​ຕໍ່​ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ຟື້ນ​ຕົວ​ການ​ເຕີບ​ໂຕ​ເສດຖະກິດ.”