ຄະນະປະຈຳສະພາແຫ່ງຊາດຈະປະກອບຄຳເຫັນກ່ຽວກັບວຽກງານກະກຽມໃຫ້ແກ່ການ ປ່ອນບັດໄວ້ວາງໃຈ

Chia sẻ
(VOVWORLD) - ທີ່ກອງປະຊຸມ, ຄະນະປະຈຳສະພາແຫ່ງຊາດ ຈະປະກອບຄຳເຫັນກ່ຽວກັບບາງບັນຫາທີ່ ຍື່ນສະເໜີ ຕໍ່ກອງປະຊຸມສະໄໝສາມັນຄັ້ງທີ 6. 
ຄະນະປະຈຳສະພາແຫ່ງຊາດຈະປະກອບຄຳເຫັນກ່ຽວກັບວຽກງານກະກຽມໃຫ້ແກ່ການ ປ່ອນບັດໄວ້ວາງໃຈ - ảnh 1ພາບປະກອບ

ກອງປະຊຸມຄັ້ງທີ 27 ຂອງຄະນະປະຈຳສະພາແຫ່ງຊາດ, ເຊິ່ງຄາດວ່າຈັດຂຶ້ນໃນອາທິດໜ້າ (ແຕ່ ວັນທີ 11 17 ຕຸລາ), ຢູ່ຫໍສະພາແຫ່ງຊາດ. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ເຂົ້າຮ່ວມ, ກ່າວຄຳເຫັນໄຂກອງປະຊຸມ ແລະ ພ້ອມກັບບັນດາຮອງປະທານສະພາແຫ່ງຊາດ ພັດປ່ຽນກັນເປັນປະທານກອງປະຊຸມ

ທີ່ກອງປະຊຸມ, ຄະນະປະຈຳສະພາແຫ່ງຊາດ ຈະປະກອບຄຳເຫັນກ່ຽວກັບບາງບັນຫາທີ່ ຍື່ນສະເໜີ ຕໍ່ກອງປະຊຸມສະໄໝສາມັນຄັ້ງທີ 6. ຕາມນັ້ນແລ້ວ, ຄະນະປະຈຳສະພາແຫ່ງຊາດໄດ້ ປະກອບຄຳເຫັນ, ກ່ຽວກັບ: ບົດລາຍງານໝາກຜົນການຕິດຕາມກວດກາກ່ຽວກັບການແກ້ໄຂ, ຕອບຂໍ້ສະເໜີຂອງຜູ້ມີສິດ ເລືອກຕັ້ງສົ່ງເຖິງກອງປະຊຸມສາໄໝສາມັນເທື່ອທີ 5, ສະພາແຫ່ງຊາດຊຸດທີ XV; ໝາກຜົນຂອງການ ຕ້ອນຮັບພົນລະເມືອງ, ແກ້ໄຂໃບຄຳຮ້ອງ ແລະ ຕິດຕາມກວດກາ ກ່ຽວກັບການແກ້ໄຂຄຳຮ້ອງຟ້ອງ, ຮ້ອງທຸກ ຂອງພົນລະເມືອງສົ່ງເຖິງສະພາແຫ່ງຊາດປີ 2023, ພິຈາລະນາບົດລາຍງານ ວຽກ ງານຄົ້ນຄ້ວາຄຳຮ້ອງຂໍຄວາມເປັນທຳຂອງສະພາແຫ່ງຊາດເດືອນ ກັນຍາ 2023...

ຄະນະປະຈຳສະພາແຫ່ງຊາດ ກໍ່ຈະປະກອບຄຳເຫັນກ່ຽວກັບວຽກງານກະກຽມຮັບເອົາບັດ ໄວ້ວາງໃຈສຳລັບບັນດາຜູ້ດຳລົງຕຳແໜ່ງໂດຍສະພາແຫ່ງຊາດເລືອກຕັ້ງ ຫຼື ໃຫ້ສັດຕະຍາບັນທີ່ກອງ ປະຊຸມສະໄໝສາມັນຄັ້ງທີ 6; ພິຈາລະນາບົດລາຍງານຂອງລັດຖະບານ ກ່ຽວກັບວຽກງານຕ້ອນຮັບ ພົນລະເມືອງ, ແກ້ໄຂຄຳຮ້ອງຟ້ອງ, ຮ້ອງທຸກປີ 2023...

ຕອບກັບ