ຄະນະປະຈຳສະພາແຫ່ງຊາດ ປຶກສາຫາລືຮ່າງກົດໝາຍວ່າດ້ວຍລົ້ມລະລາຍ (ສະບັບປັບປຸງ)

Chia sẻ
(vovworld) -ຄະນະ​ປະຈຳ​ສະພາ​​ແຫ່ງ​ຊາດ ສືບ​ຕໍ່​ເຮັດ​ວຽກ, ​ໃຫ້​ຄຳ​ເຫັນ​ໃສ່​ຮ່າງລັດຖະທຳ​ມະນູນ​ປີ 1992 (ສະບັບ​ປັບປຸງ)
ຄະນະປະຈຳສະພາແຫ່ງຊາດ ປຶກສາຫາລືຮ່າງກົດໝາຍວ່າດ້ວຍລົ້ມລະລາຍ (ສະບັບປັບປຸງ) - ảnh 1
(ກອງ​ປະຊຸມ​ຄັ້ງ​ທີ 21)

(vovworld) - ​ໂດຍ​ສືບ​ຕໍ່​ກອງ​ປະຊຸມ​ຄັ້ງ​ທີ 21, ຕອນ​ບ່າຍວັນ​ທີ 13 ກັນຍາ, ຄະນະ​ປະຈຳ​ສະພາ​​ແຫ່ງ​ຊາດ ສືບ​ຕໍ່​ເຮັດ​ວຽກ, ​ໃຫ້​ຄຳ​ເຫັນ​ໃສ່​ຮ່າງລັດຖະທຳ​ມະນູນ​ປີ 1992 (ສະບັບ​ປັບປຸງ). ກ່ອນ​ໜ້າ​ນັ້ນ, ຕອນ​ເຊົ້າ​ວັນ​ທີ 13 ກັນຍາ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ສຸມ​ໃສ່​ປຶກສາ​ຫລື​ຫຼາຍ​ກວ່າ​ໝູ່​ກ່ຽວ​ກັບ​ຮ່າງກົດໝາຍ​ວ່າ​ດ້ວຍ​ລົ້ມ​ລະລາຍ (ສະບັບ​ປັບປຸງ). ບັນຫາ​ເຊິ່ງບັນດາ​ຜູ້​ແທນສຸມ​ໃສ່​ປຶກສາ​ຫາລື​ຫຼາຍ​ທີ່​ສຸດ​ນັ້ນ​​ແມ່ນ ຂໍ້​ກຳນົດມາດຖານ​ກຳນົດວິ​ສາ​ຫະກິດ, ສະຫະກອນ​ຕົກ​ເຂົ້າ​ສູ່ສະພາບ​ລົ້ມ​ລະລາຍ. ມາດຕາ​ທີ 3 ຂອງ​ຮ່າງ ກົດໝາຍ​ກຳນົດ​ວ່າ: ວິ​ສາ​ຫະກິດ, ສະຫະກອນ ບໍ່​ສາມາດ​ຊຳລະ​​ບັນດາ​ບ້ວງ​ໜີ້ທີ່ຮອດກຳນົດ​​ເວລາ​ຕ້ອງ​ຊຳລະ​ແຕ່ 200 ລ້ານ​ດົງ ຂຶ້ນ​ໄປ ​ໃນ​ເວລາ 3 ​ເດືອນ, ນັບ​ແຕ່​ມື້​ເຈົ້າ​ໜີ້ຮຽກຮ້ອງ​ການ​ໃຊ້​ໜີ້ ແມ່ນຖືກ​ຖື​ວ່າ​ຕົກ​ເຂົ້າ​ສູ່​ສະພາບ​ລົ້ມ​ລະລາຍ. ມີຄຳ​ເຫັນ​ຫຼາຍ​ຢ່າງຍັງ​ກັງວົນ​ກ່ຽວ​ກັບ​ຄວາມ​ສາມາດ​ເປັນ​ໄປ​ໄດ້​ຂອງ​ຂໍ້​ກຳນົດ​ນີ້. ບັນດາ​ຜູ້ແທນສະ​ເໜີ ຕ້ອງ​ກຳນົດ​ວິ​ສາ​ຫະກິດ​ຕົກ​ເຂົ້າ​ສູ່​ສະພາບ​ລົ້​ມລະລາຍ ບົນ​ພື້ນຖານຄິດ​ໄລ່​ຍ້ອດຈຳນວນ​ໜີ້ສິນ ຕໍ່​ທຶນ​​ຂອງ​ວິ​ສາ​ຫະກິດ, ​ເພື່ອ​ແນ​ໃສ່​ຕີ​ລາຄາ​ຄວາມ​ສາມາດ​ຕົວ​ຈິ່ງ​ຂອງ​ວິ​ສາ​ຫະກິດ, ສະ​ຫະກອນ ​ແລະ ຮັບປະກັນ​ຄວາມ​ສົດໃສຂອງ​ພື້ນຖານ​ເສດຖະກິດ.