ຄະ​ນະ​ຈັ​ດ​ຕັ້ງ​ກອງ​ປະ​ຊຸມ ASEANAPOL ຄັ້ງ​ທີ 39 ຈັດ​ການ​ປຶກ​ສາ​ຫາ​ລື​ວຽກ​ງານ​ກະ​ກຽມ

Chia sẻ
(VOVWORLD) -  ປີນີ້, ຫວຽດນາມດຳລົງຕຳແໜ່ງເປັນປະທານໝູນວຽນອາຊຽນຂອງ ສະມາຄົມ ຕຳຫຼວດບັນດາປະເທດອາຊຽນ (ASEANAPOL) ແລະ ເປັນເຈົ້າພາບຈັດຕັ້ງບັນດາການເຄື່ອນໄຫວຂອງສະມາຄົມ.
ຄະ​ນະ​ຈັ​ດ​ຕັ້ງ​ກອງ​ປະ​ຊຸມ ASEANAPOL ຄັ້ງ​ທີ 39 ຈັດ​ການ​ປຶກ​ສາ​ຫາ​ລື​ວຽກ​ງານ​ກະ​ກຽມ - ảnh 1ບັນດາຜູ້ນຳທີ່ການປຶກສາຫາລື (ພາບ: conganbackan.vn

ວັນທີ 4 ກັນຍາ, ຢູ່ຮ່າໂນ້ຍ, ຄະນະຈັດຕັ້ງກອງປະຊຸມ ASEANAPOL ຄັ້ງທີ 39 ໄດ້ຈັດການປຶກສາຫາລືເທື່ອທີ 2, ຮັບຟັງບົດລາຍງານໝາກຜົນຂອງການປະຕິບັດງານ ເຊິ່ງບັນດາອະນຸກຳມະການໄດ້ຜັນຂະຫຍາຍ ແລະ ທິດທາງການສົມທົບການເຄື່ອນໄຫວ ໃນໄລຍະຈະມາເຖິງເພື່ອຮັບປະກັນໃຫ້ແກ່ການຮັບໃຊ້ປະຕິບັດວຽກງານກະກຽມການຈັດຕັ້ງກອງປະຊຸມ ASEANAPOL ຄັ້ງທີ 39.

        ທີ່ການປຶກສາຫາລື, ບັນດາສະມາຊິກຂອງຄະນະຈັດຕັ້ງ ຕີລາຄາວ່າ ນີ້ແມ່ນເຫດການສຳຄັນ, ແມ່ນໂອກາດເພື່ອສ້າງຂີດໝາຍຂອງກຳລັງຕຳຫຼວດປະຊາຊົນ ຫວຽດນາມ ສຳລັບບັນດາປະເທດ ອາຊຽນ. ທີ່ການປຶກສາຫາລື, ບັນດາສະມາຊິກໄດ້ສຸມໃສ່ປະກອບຄຳເຫັນເຂົ້າບັນດາເນື້ອໃນຕົ້ນຕໍຂອງລາຍການ. ຕາມນັ້ນແລ້ວ, ບັນດາຫົວໜ່ວຍທີ່ມີໜ້າທີ່ຮັບຜິດຊອບໄດ້ຜັນຂະຫຍາຍການລະດົມບັນດາຫົວໜ່ວຍຕ່າງໆ, ຈັດວາງກຳລັງຮັບປະກັນຄວາມສະຫງົບປະປອດໄພ, ຄວາມເປັນລະບຽບຮຽບຮ້ອຍໃຫ້ແກ່ເຫດການ, ກໍ່ຄືການຮັບປະກັນບັນດາວຽກງານສາທາລະນະສຸກ, ອັກຄີໄພ, ກູ້ໄພກູ້ຊີບຢູ່ບ່ອນດຳເນີນກອງຊຸມ, ທີ່ພັກຂອງບັນດາຜູ້ແທນ ແລະ ບັນດາສະຖານທີ່ຕ່າງໆທີ່ຢູ່ໃນແຜນການຂອງກອງປະຊຸມ.

        ປີນີ້, ຫວຽດນາມດຳລົງຕຳແໜ່ງເປັນປະທານໝູນວຽນອາຊຽນຂອງ ສະມາຄົມ ຕຳຫຼວດບັນດາປະເທດອາຊຽນ (ASEANAPOL) ແລະ ເປັນເຈົ້າພາບຈັດຕັ້ງບັນດາການເຄື່ອນໄຫວຂອງສະມາຄົມ.

        ຄາດວ່າ, ກອງປະຊຸມ ASEANAPOL ຄັ້ງທີ 39 ຈະໄດ້ດຳເນີນໃນລະຫວ່າງ 17 – 19 ກັນຍາ 2019 ແລະ ຈະມີຜູ້ແທນກ່ວາ 250 ຄົນທີ່ມາຈາກ 27 ປະເທດ ຢູ່ພາຍໃນ ແລະ ນອກພາກພື້ນ ແລະ ບັນດາອົງການຈັດຕັ້ງສາກົນເຂົ້າຮ່ວມ.

ຕອບກັບ