ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ຊ່ວຍເຫຼືອພໍ່ແມ່ປະຊາຊົນຜູ້ປະສົບເຄາະຮ້າຍຈາກໄພນໍ້າຖ້ວມ.

Chia sẻ
(VOVWORLD) -   ວັນທີ 25 ສິງຫາ, ທ່ານ ເຈິ່ນແທັ່ງເໝິນ, ເລຂາທິການສູນກາງພັກ, ປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ມີການເຮັດວຽກກັບ ປະຈໍາຄະນະພັກແຂວງດັກລັກ ແລະ ບັນດາໝູ່ຄະນະແຂວງດັກລັກ ກ່ຽວກັບສະພາບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນໍ້າຖ້ວມໃນໄລຍະທີ່ຜ່ານມາ.

      ທ່ານ ເຈິ່ນແທັງເໝິນ ສະເໜີແຂວງ ດັກລັກ ຕ້ອງໃຫ້ການຊ່ວຍເຫຼືອພໍ່ແມ່ປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນໍ້າຖ້ວມ, ຟື້ນຟູການຜະລິດ ແລະ ນໍາການດໍາລົງຊີວິດຂອງປະຊາຊົນກັບຄືນສູ່ເປັນປົກກະຕິໂດຍໄວ. ທ່ານປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈິ່ນແທັງເໝິນ ໄດ້ໜູນຊ່ວຍໃຫ້ແກ່ຄະນະກໍາມະການແນວໂຮມປະເທດຊາດແຂວງດັກລັກ ຈໍານວນເງິນ 800 ລ້ານດົ່ງ ເພື່ອກໍ່ສ້າງເຮືອນແຫ່ງຄວາມມະຫາສາມັກຄີ 20 ຫຼັງ ໃຫ້ແກ່ບັນດາຄອບຄົວທຸກຍາກ, ຄອບຄົວປະສົບກັບຄວາມຫຍຸ້ງຍາກ ຍ້ອນຖືກຜົນສະທ້ອນຈາກໄພນໍ້າຖ້ວມໃນໄລຍະທີ່ຜ່ານມາ.

ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ຊ່ວຍເຫຼືອພໍ່ແມ່ປະຊາຊົນຜູ້ປະສົບເຄາະຮ້າຍຈາກໄພນໍ້າຖ້ວມ. - ảnh 1 ທ່ານ ເຈິ່ນແທັງເໝິນ ໄດ້ໄປຢ້ຽມຢາມ, ມອບຂອງຂວັນ ແລະ ເຮືອນແຫ່ງຄວາມມະຫາສາມັກຄີຢູ່ຕາແສງ Ea Roc, ເມືອງ Ea Sup, ແຂວງ ດັກລັກ (ພາບ: VGP)

        ພາຍຫຼັງເຮັດວຽກກັບຄະນະປະຈໍາພັກແຂວງ ດັກລັກ, ທ່ານ ເຈິ່ນແທັງເໝິນ ໄດ້ໄປຢ້ຽມຢາມ, ມອບຂອງຂວັນ ແລະ ເຮືອນແຫ່ງຄວາມມະຫາສາມັກຄີໃຫ້ແກ່ 2 ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກດ້ານທີ່ພັກອາໄສ ແລະ ຖືກຜົນເສຍຫາຍຈາກໄພນໍ້າຖ້ວມ ຢູ່ຕາແສງ Ea Roc, ເມືອງ Ea Sup, ແຂວງ ດັກລັກ.

ຕອບກັບ