ຄວາມໃຝ່ຝັນຫວຽດນາມກາຍເປັນປະເທດຈະເລີນຮຸ່ງເຮືອງ, ໝັ້ນຄົງເຂັ້ມແຂງຈະປະກົດຜົນເປັນຈິງ

Chia sẻ
(VOVWORLD) -     “ ຂ້າພະເຈົ້າເຊື່ອແນ່ວ່າ ຄວາມໃຝ່ຝັນຫວຽດນາມກາຍເປັນປະເທດຈະເລີນຮຸ່ງເຮືອງ, ໝັ້ນຄົງເຂັ້ມແຂງ, ທຽມທັນກັບບັນດາປະເທດມະຫາອຳນາດໃນໂລກຄືດັ່ງຄວາມມຸ່ງຫວັງຂອງປະທານໂຮ່ຈິມິນຈະປະກົດຜົນເປັນຈິງ. ຄວາມໃຝ່ຝັນດັ່ງກ່າວມີພື້ນຖານວິທະຍາສາດ ແລະ ພຶດຕິກຳຕົວຈິງ. ຂ້າພະເຈົ້າກໍເຊັ່ນດຽວກັນກັບທຸກໆຄົນ ຕ່າງກໍຕ້ອງມີຄວາມຮັບຜິດຊອບເພື່ອຫັນ ຄວາມໃຝ່ຝັນດັ່ງກ່າວໃຫ້ ປະກົດຜົນເປັນຈິງ”
ຄວາມໃຝ່ຝັນຫວຽດນາມກາຍເປັນປະເທດຈະເລີນຮຸ່ງເຮືອງ, ໝັ້ນຄົງເຂັ້ມແຂງຈະປະກົດຜົນເປັນຈິງ - ảnh 1 ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດີງເຫ້ວ

ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດີງເຫ້ວ ໄດ້ແບ່ງປັນກັບນັກຂ່າວສຳນັກຂ່າວສານຫວຽດນາມຄືດັ່ງກ່າວເນື່ອງໃນໂອກາດລະດູບານໃໝ່ປີຊວດ 2020. ຕາມ ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດີງເຫ້ວ ແລ້ວ, ປີ 2019, ພື້ນຖານເສດຖະກິດຫວຽດນາມຍັງຄົງຂະຫຍາຍຕົວ ທີ່ເປັນໜ້າຊື່ນຊົມ. ຫວຽດນາມແມ່ນໜຶ່ງໃນບັນດາປະເທດມີລະດັບການເຕີບໂຕສູງກວ່າມູ່ໃນພາກພື້ນ ກໍຄືໃນໂລກ. ປະຈຸບັນ, ຫວຽດນາມພວມວາງກຳນົດຍຸດທະສາດໃຫ້ 10ປີຂ້າງໜ້າດ້ວຍຫຼັກໝາຍ ຫວຽດນາມຈະກາຍເປັນປະເທດອຸດສາຫະກຳຕາມທິດທັນສະໄໝໂດຍພື້ນຖານ ຖືກຈັດຢູ່ກຸ່ມບັນດາປະເທດ ມີລາຍຮັບປານກາງສູງໃນໂລກດ້ວຍ GDP ໃສ່ຫົວຄົນເຖິງປີ 2030 ບັນລຸປະມານ 8000 USD – 9000 USD/ຄົນ. ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດີງເຫ້ວ ເນັ້ນໜັກວ່າ ດ້ວຍຜົນງານທີ່ບັນລຸໄດ້ນັ້ນ, ຫວຽດນາມ ຈະເສີມຂະຫຍາຍບັນດາທ່າແຮງບົ່ມຊ້ອນ, ເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນ, ຄວາມໃຝ່ຝັນຫວຽດນາມກາຍເປັນປະເທດຈະເລີນຮຸ່ງເຮືອງ, ໝັ້ນຄົງເຂັ້ມແຂງຈະປະກົດຜົນເປັນຈິງຢ່າງແນ່ນອນ.

ຕອບກັບ