ຄວາມເຄັ່ງຕຶງລະຫວ່າງ 2 ພາກເກົາຫຼີ ເກີດຂື້ນຄືນໃໝ່

Chia sẻ
ວັນ​ທີ 13/06, ສປປ.​ເກົ​າຫຼີ ​ໄດ້​ອອກສຽງ​ຕຳ​ນິຕິ​ຕຽນ​ສ.​ເກົາຫຼີ ​ເຮັດ​ໃຫ້ການ​ເຈລະຈາ​ຂັ້ນ​ສູງ​ລະຫວ່າງ 2 ພາກ​ຖືກ​ຍຸບ​ເລີກ, ພ້ອມ​ທັງ​​​ຖະ​ແຫຼ​ງວ່າ ຈະ​ບໍ່​ມີ​ການ​ເຈລະຈາ​ໃດໆ​ລະຫວ່າງ 2 ພາກ​ເກົາຫຼີ ໃນ​ຈຸດ​ເວລາ​ນີ້.
ຄວາມເຄັ່ງຕຶງລະຫວ່າງ 2 ພາກເກົາຫຼີ ເກີດຂື້ນຄືນໃໝ່ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 13/06, ສປປ.​ເກົ​າຫຼີ ​ໄດ້​ອອກສຽງ​ຕຳ​ນິຕິ​ຕຽນ​ສ.​ເກົາຫຼີ ​ເຮັດ​ໃຫ້ການ​ເຈລະຈາ​ຂັ້ນ​ສູງ​ລະຫວ່າງ 2 ພາກ​ຖືກ​ຍຸບ​ເລີກ, ພ້ອມ​ທັງ​​​ຖະ​ແຫຼ​ງວ່າ ຈະ​ບໍ່​ມີ​ການ​ເຈລະຈາ​ໃດໆ​ລະຫວ່າງ 2 ພາກ​ເກົາຫຼີ ໃນ​ຈຸດ​ເວລາ​ນີ້. ​ໃນ​ຖະ​ແຫຼ​ງການ, ​ໂຄສົກ​ຂອງ​ຄະນະກຳ​ມະ​ການ​ສ້າງ​ຄວາມ​​ເອກະ​ພາບ ສັນຕິພາບ​ຄື​ນ​ໃໝ່​ ສປປ.​ເກົາຫຼີ ​ໃຫ້​ຮູ້​ວ່າ: “ສ.​ເກົາຫຼີ ບໍ່​ຕັ້ງ​ໃຈຈັດຕັ້ງ​ການ​ເຈລະຈານັບ​ແຕ່​ຫົວທີ ​ແລະ ​ເຂົາ​​ເຈົ້າພຽງ​ແຕ່ຕັ້ງ​ໃຈ​ສ້າງ​ຮົ້ວ​ກີດຂວາງ​ໃຫ້​ແກ່​ການ​ເຈລະຈາ, ​ເຮັດ​ໃຫ້​ການ​ເຈລະຈາ​ຖືກໂຈະ​ໄວ້ ​ແລະ ຍຸບ​ເລີກ​ເທົ່າ​ນັ້ນ.

        ກ່ອນ​ໜ້າ​ນັ້ນ, 2 ປະ​ເທດ​ໃນ​ແຫຼ​ມ​ເກົາ​ຫຼີ ​ໄດ້​ເຫັນ​ດີ​ຈັດ​ຕັ້ງ​ການ​ເຈລະຈາ​ຂັ້ນ​ສູງ​ເປັນ​ຄັ້ງ​ທຳ​ອິດ​ລະຫວ່າງ 2 ຝ່າ​ຍໃນ​ເວລາ 6 ປີຜ່ານມາ​ໃນ​ອາທິດ​ນີ້, ​ແຕ່​ວ່າ, ການ​ເຈລະຈາ​ດັ່ງກ່າວ​ຖືກ​ຍຸບ​ເລີກ​ພາຍຫຼັງ​ພຽງ​ຢາງ ບໍ່​ເຫັນ​ດີ​ກ່ຽວ​ກັບ​ແຈ້ງ​ການ​ທີ່ ​ເຊີ​ອຸນ ຍົກ​ອອກ​ມາ ​ແລະ ​ເວົ້າ​ວ່າ ຫົວໜ້າ​ຄະນະ​ເຈລະຈາ​ຂອງ​ເຂົາ​ເຈົ້າ​ແມ່ນ​ຮອງ​ລັດຖະມົນຕີ, ​ໃນ​ຂະນະ​ທີ່​ຝ່າຍ​ພຽງ​ຢາງ ພັດ​ຮຽກຮ້ອງ​ເຊີ​ອຸນ ຕ້ອງ​​ແຕ່ງ​ຕັ້ງ​ຜູ້​ຕາງໜ້າ​ແມ່ນ​ລັດຖະມົນຕີ​ກະຊວງ​ເອກະ​ພາບ​ເຂົ້າ​ຮ່ວມ​ການ​ເຈລະຈາ. ໃນ​ຂະນະ​ນັ້ນ, ກະຊວງ​ເອກະ​ພາບ​ສ.​ເກົາຫຼີ ​ພັດ​ກ່າວ​ຫາ​ວ່າ ຝ່າຍ​ສປປ.​ເກົາຫຼີ ​​ເອງ​ໄດ້​ກໍ່​ເປັນ​ຮົ້ວ​ກີດຂວາງເຮັດ​ໃຫ້ການ​ເຈລະຈາ​ຖືກ​ຍຸບ​ເລີກ. ອົງການ​ນີ້​ຍັງ​ເນັ້ນ​ໜັກ​ວ່າ ຖ້າ​ຫາກ​ຝ່າຍ​ສປປ.​ເກົາ​ຫຼີ ຍາກ​ປົວ​ແປງ​ການ​ພົວພັນ​ລະຫວ່າງ 2 ພາກ​ເກົາຫຼີ, ພຽງ​ຢາງ ຕ້ອງ​ສະ​ແດງ​ໃຫ້​ເຫັນທ່າ​ທີ​ຈິງ​ໃຈ ​ແລະ ​ເຄົາລົບ​ຝ່າຍກົງກັນຂ້າມ.