ຄວາມເຄັ່ງຕຶງຢູ່ຊ່ອງທະເລ Hormuz

Chia sẻ
(VOVWORLD) - ຕາມໂທລະພາບ Aljazeera ແລະ ບາງແຫຼ່ງຂ່າວພາກພື້ນແລ້ວ, ກອງເຮືອ 5 ຂອງທະຫານເຮືອ ອາເມລິກາ ໄດ້ຍົກອອກມາໃນວັນທີ 12 ສິງຫາ ກ່ຽວກັບໄພອັນຕະລາຍທີ່ບັນດາກຳ່ປັ່ນຕ່າງປະເທດ ແລ່ນຜ່ານຊ່ອງທະເລ Hormuz ອາດຈະຖືກ ອີຣານ ຈັບຕົວ.
ຄວາມເຄັ່ງຕຶງຢູ່ຊ່ອງທະເລ Hormuz - ảnh 1ກຳປັ່ນຢູ່ຊ່ອງທະເລ Hormuz
(ພາບ: Offshore Technology/TTXVN)

ສະພາບການຢູ່ເຂດຊ່ອງທະເລ Hormuz ສືບຕໍ່ເຄັ່ງຕຶງ ພາຍຫຼັງບັນດາການກະທຳຜັນຂະຫຍາຍກຳລັງໃນພື້ນທີ່ຕົວຈິງ ພ້ອມກັບຖະແຫຼງການຂອງບັນດາຝ່າຍກ່ຽວຂ້ອງ.

ຕາມໂທລະພາບ Aljazeera ແລະ ບາງແຫຼ່ງຂ່າວພາກພື້ນແລ້ວ, ກອງເຮືອ 5 ຂອງທະຫານເຮືອ ອາເມລິກາ ໄດ້ຍົກອອກມາໃນວັນທີ 12 ສິງຫາ ກ່ຽວກັບໄພອັນຕະລາຍທີ່ບັນດາກຳ່ປັ່ນຕ່າງປະເທດ ແລ່ນຜ່ານຊ່ອງທະເລ Hormuz ອາດຈະຖືກ ອີຣານ ຈັບຕົວ. ນາຍພົນ Timothy Hawkins ໂຄສົກຂອງກອງເຮືົອ 5 ເນັ້ນໜັກວ່າ: ບັນດາ ບໍລິສັດຂົນສົ່ງທາງທະເລສາກົນ ຄວນອອກຄຳສັ່ງໃຫ້ບັນດາ ກຳ່ປັ່ນຂອງຕົນ ຫຼີກລ້ຽງ ອີຣານ ເມື່ອໄປຜ່ານຊ່ອງທະເລ Hormuz. ນີ້ແມ່ນເທື່ອທີສອງໃນປີນີ້, ຄຳກ່າວເຕືອນກຳ່ປັ່ນ ໄປຜ່ານຊ່ອງທະເລ Hormuz ອາດຈະຖືກ ອີຣານ ຈັບຕົວໄດ້ຍົກອອກມາ.

ປະຈຸບັນ, ວົງການເຈົ້າໜ້າທີ່ ແລະ ສື່ມວນຊົນ ອີຣານ ຍັງບໍ່ທັນໄດ້ຍົກອອກຄຳເຫັນໃດໆ ກ່ຽວກັບຄຳກ່າວເຕືອນຂອງ ທະຫານເຮືອ ອາເມລິກາ ເທື່ອ.

ຕອບກັບ