ຄວາມຜູກພັນຮັກແພງຢູ່ເຂດຊາຍແດນ ຫວຽດນາມ - ລາວ

Chia sẻ
ພ້ອມ​ກັບ​ຫນ້າ​ທີ່​ກຽມພ້ອມ​ຕໍ່ສູ້, ປົກ​ປັກ​ຮັກສາ​ອະທິປະ​ໄຕ, ຄວາມ​ສະຫງົບ​ປອດ​ໄພ​ຢູ່​​ເຂດ​ຊາຍ​ແດນ, ກຳລັງ​ເສນາ​ຮັກ​ທະຫານ​ປ້ອງ​ກັນຊາ​ຍ​ແດນ ​ແຂວງ ກວ໋າງຈີ້ ​​ໄດ້​ຈັດ​ຕັ້ງ​ການກວດ​ປິ່ນປົວ​ພະຍາດ​ໃຫ້​ແກ່​ປະຊາຊົນ​ຢູ່​ເຂດ​ຊາຍ​ແດນ ຫວຽດນາມ - ລາວ

ຄວາມຜູກພັນຮັກແພງຢູ່ເຂດຊາຍແດນ ຫວຽດນາມ - ລາວ - ảnh 1
ເສນາຮັກ ກວດພະຍາດໃຫ້ແກ່ປະຊາຊົນ
ພາບ:internet


(vovworld) -   ພ້ອມ​ກັບ​ຫນ້າ​ທີ່​ກຽມພ້ອມ​ຕໍ່ສູ້, ປົກ​ປັກ​ຮັກສາ​ອະທິປະ​ໄຕ, ຄວາມ​ສະຫງົບ​ປອດ​ໄພ​ຢູ່​​ເຂດ​ຊາຍ​ແດນ, ກຳລັງ​ເສນາ​ຮັກ​ທະຫານ​ປ້ອງ​ກັນຊາ​ຍ​ແດນ ​ແຂວງ ກວ໋າງຈີ້ ​​ໄດ້​ຈັດ​ຕັ້ງ​ການກວດ​ປິ່ນປົວ​ພະຍາດ​ໃຫ້​ແກ່​ປະຊາຊົນ​ຢູ່​ເຂດ​ຊາຍ​ແດນ ຫວຽດນາມ - ລາວ, ປະກອບສ່ວນ​ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ. ປະຈຸ​ບັນ ຢູ່​ເຂດ​ຊາຍ​ແດນ ຫວຽດນາມ - ລາວ, ມີ​ຫ້ອງ​ກວດ​ພະຍາດ​ໂດຍ​ທະຫານ ​ແລະ ປະຊາຊົນ​ສົມທົບ​ກັນ​ສ້າງ​ຕັ້ງ, ປະກອບ​ອຸປະກອນ​ການ​ແພດ​ຢ່າງ​ຄົບ​ຖ້ວນ. ປີ 2012, ບັນດາ​ຫ້ອງ​ກວດ​ພະຍາດ​ດັ່ງກ່າວ​ໄດ້​ທຳ​ການກວດ​ພະຍາດ​ໃຫ້​ແກ່​ປະຊາຊົນ​ຢູ່​ເຂດ​ຊາຍ​ແດນ​ກວ່າ 11.000 ​ເທື່ອ​ຄົນ, ​ໃນ​ນັ້ນ ປະຊາຊົນ​ລາວ 1.600 ​ເທື່ອ​ຄົນ. ພັນ​ໂທ ຫງວຽນ​ຈີ​ແຄງ, ຫົວຫນ້າ​ເສນາ​ຮັກ, ທະຫານ​ປ້ອງ​ກັນຊາ​ຍ​ແດນ​ແຂວງ ກວ໋າງຈີ້ ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າພະ​ເຈົ້າ​​ໄດ້​ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ຕ່າງໆ​ໄປ​ຍັງ​ປະ​ເທດ​ເພື່ອນ​ບ້ານ​ລາວ. ລະອຽດ ​ແມ່ນ​ກວດ​, ປິ່ນ​ປົວ​ພະຍາດ, ສະຫນອງ​ຢຸກຢາ​ໂດຍ​ບໍ່​ເສຍ​ຄ່າ, ຫນູນ​ຊ່ວຍ​ໃຫ້​ເພື່ອນ​ບ້ານ​ລາວ​ກ່ຽວ​ກັບ​ຢຸກຢາ ​ແລະ ອຸປະກອນ​ການ​ແພດ, ຍົກ​ລະດັບ​ການ​ເຄື່ອນ​ໄຫວ​ໃຫ້​ແກ່​ສຸກສາລາ​ຂອງ​ເພື່ອນ​ລາວ​ຢູ່​ເຂ​ດຊາຍ​ແດນ. ​ໄລຍະ​ຈະ​ມາ​ເຖິງ ພວກ​ຂ້າພະ​ເຈົ້າ​ຄາດ​ວ່າ ຈະ​ຜັນ​ຂະຫຍາຍ​ວຽກ​ງານ​ດັ່ງກ່າວ​ຫລາຍ​ກວ່າ​ອີກ.”