ຄວາມບໍ່ລົງລອຍກັນລະຫວ່າງ CPP ແລະ CNRP ກ່ຽວກັບການປະຕິຮູບການເລືອກຕັ້ງ

Chia sẻ
(vovworld) - ພັກ​ປະຊາຊົນ​ກຳປູ​ເຈຍ (CPP) ກຳ​ອຳນາດ ​ແລະ ພັກກູ້​ຊາດ (CNRP) ຝ່າຍ​ຄ້ານ ​ໄດ້​ຍົກ​ອອກ​ຖະ​ແຫຼ​ງການ​ພາຍຫຼັງ​ບໍ່​ບັນລຸ​ໄດ້​ຂໍ້​ຕົກລົງ​ໃນ​ການ​ເຈລະຈາ​ລະຫວ່າງ 2 ພັກ​ ກ່ຽວ​ກັບ​ການ​ປະຕິ​ຮູບ​ການ​ເລືອກ​ຕັ້ງ.
ຄວາມບໍ່ລົງລອຍກັນລະຫວ່າງ CPP ແລະ CNRP ກ່ຽວກັບການປະຕິຮູບການເລືອກຕັ້ງ - ảnh 1
ຜູ້ຕາງໜ້າພັກ CPP ແລະ CNRP
(ພາບ: TTXVN)


(vovworld) - ວັນ​ທີ 11/03, ພັກ​ປະຊາຊົນ​ກຳປູ​ເຈຍ (CPP) ກຳ​ອຳນາດ ​ແລະ ພັກກູ້​ຊາດ (CNRP) ຝ່າຍ​ຄ້ານ ​ໄດ້​ຍົກ​ອອກ​ຖະ​ແຫຼ​ງການ​ພາຍຫຼັງ​ບໍ່​ບັນລຸ​ໄດ້​ຂໍ້​ຕົກລົງ​ໃນ​ການ​ເຈລະຈາ​ລະຫວ່າງ 2 ພັກ​ ກ່ຽວ​ກັບ​ການ​ປະຕິ​ຮູບ​ການ​ເລືອກ​ຕັ້ງ. ຕາມ CPP, ​ເລື່ອງ 2 ຝ່າຍ​ບໍ່​ສາມາດຍົກ​ອອກຖະ​ແຫຼ​ງການຮ່ວມ​ໃດໆພາຍ​ຫຼັງການ​ເຈລະຈາ​ເມື່ອ​ວັນ​ທີ 10/03 ​ແມ່ນ​ຍ້ອນ CNRP ຢາກ​ໃຫ້ບົດບາດຂອງ​ຄະນະ​ກຳ​ມະ​ການ​ເລື​ອກຕັ້ງ​ແຫ່ງ​ຊາດ (NEC) ຕ້ອງ​ໄດ້​ກຳນົດ​ໃນ​ລັດຖະທຳ​ມະນູນ​ຢ່າງ​ຈະ​ແຈ້ງ ​ແລະ ການ​ບົ່ງ​ຕົວ​ບັນດາ​ສະມາຊິກ​ຂອງ NEC ຕ້ອງ​ໄດ້​ຮັບຄວາມ​ເຫັນ​ດີ​ຂອງ 2/3 ຈຳນວນ​ສະມາຊິກ​ໃນ​ສະພາ​ແຫ່ງ​ຊາດ ​ເຊິ່ງລວມມີ 123 ທີ່​ນັ່ງ​ຢູ່ປ​ະ​ເທດ​ນີ້. ຖະ​ແຫຼ​ງການ​ຊີ້​ແຈ້ງວ່າ: CPP ​ເສຍ​ຫວັງ​ຍ້ອນ CNRP ຍັງ​​ນຳໃຊ້ເງື່ອນ​ໄຂທີ່ອາດ​ຈະກີດ​ຂວາງ​ວິວັດ​ການ​ປະຕິ​ຮູບ​ການ​ເລືອກ​ຕັ້ງ​ຈະ​ມາ​ເຖິງ​. ​ໃນ​ຂະນະ​ນັ້ນ, ຄຳ​ຖະ​ແຫຼ​ງຂອງ CNRP ​ໃຫ້​ຮູ້​ວ່າ, 2 ຝ່າຍ​ບໍ່​ສາມາດ​​ບັນລຸ​ໄດ້​ຂໍ້​ຕົກລົງ​ຍ້ອນ CPP ປະຕິ​ເສດ​ຂໍ້​ສະ​ເໜີ​ຂອງ CNRP ​ເຊິ່ງພັກ​ຝ່າຍ​ຄ້ານ​ນີ້​ຖື​ວ່າ​ແມ່ນ​ບັນຫາ​ໃຫ້​ບຸລິມະ​ສິດ​ໃນ​ການ​ປະຕິ​ຮູບ​ການ​ເລືອກ​ຕັ້ງ. ຖະ​ແຫຼ​ງການ​ເນັ້ນ​ໜັກ​ວ່າ “CNRP ພ້ອມ​ແລ້ວ​ທີ່​ຈະ​ສືບ​ຕໍ່ເຈລະຈາກັບ CPP ຖ້າ​ພັກ​ນີ້​ຮັບ​ຮູ້​ບັນດາ​ຄວາມ​ຮຽກຮ້ອງ​ດັ່ງກ່າວ​ຂອງ CNRP”.