ຄວາມຊົງຈຳລະດູໃບໄມ້ຫຼົ່ນ - ຮູບພາບປົດປ່ອຍນະຄອນຫລວງ ວັນທີ 10 ຕຸລາ 1954

Chia sẻ
(VOVWORLD) - ຕອນເຊົ້າວັນທີ 06 ຕຸລາ, ທີ່ເຂດພະລາດຊະວັງ ທັງລອງ, ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ຈັດຕັ້ງລາຍການ “ຄວາມຊົງຈຳລະດູໃບໄມ້ຫຼົ່ນ” ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງວັນປົດປ່ອຍນະຄອນຫລວງ (10/10/1954 – 10/10/2019). ເຂົ້າຮ່ວມພິທີມີຕົວພະຍານປະຫວັດສາດຂອງວັນປະຫວັດສາດໂດຍຫ່າງຈາກນີ້ 65 ປີນັບຮ້ອຍຄົນ.
ຄວາມຊົງຈຳລະດູໃບໄມ້ຫຼົ່ນ - ຮູບພາບປົດປ່ອຍນະຄອນຫລວງ ວັນທີ 10 ຕຸລາ 1954 - ảnh 1 ຄວາມຊົງຈຳລະດູໃບໄມ້ຫຼົ່ນ - ຮູບພາບປົດປ່ອຍນະຄອນຫລວງ ວັນທີ 10 ຕຸລາ 1954

ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນວັນກຸ໊ຍ ຮອງປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຢືນຢັນວ່າ: ວັນທີ 10 ຕຸລາ ປີ 1954 ໄດ້ສ້າງເປັນຂີດໝາຍປະຫວັດສາດແຫ່ງການສ້າງສາ ແລະ ພັດທະນາຂອງນະຄອນຫລວງ ແລະ ປະເທດຊາດ, ເປັນບາດລ້ຽວທີ່ມີຄວາມໝາຍຍິ່ງໃຫຍ່, ເປີດສາກໄລຍະພັດທະນາໃໝ່ໃນປະຫວັດສາດອັນສະຫງ່າລາສີ “ທັງລອງ - ດົງໂດ - ຮ່າໂນ້ຍ”. ເສີມຂະຫຍາຍມູນເຊື້ອການປະຕິວັດວິລະຊົນ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນຫລວງ ໄດ້ ແລະ ພວມກໍ່ສ້າງ ຮ່າໂນ້ຍ ໃຫ້ກາຍເປັນນະຄອນທີ່ມີຄວາມຮັ່ງມີສວຍງາມ, ສີວິໄລ ແລະ ທັນສະໄໝ.

ລາຍການແມ່ນໂອກາດເພື່ອຫວນຄືນມູນເຊື້ອການປະຕິວັດ; ສະແດງຄວາມຮູ້ບຸນຄຸນຕໍ່ບັນດາຕົວພະຍານປະຫວັດສາດ, ບັນດາຄອບຄົວຕົວພະຍານປະຫວັດສາດ; ສຶກສາມູນເຊື້ອໃຫ້ແກ່ລຸ້ນໜຸ່ມ, ກໍ່ຄືໂຄສະນາເຜີຍແຜຄຸນຄ່າວັດທະນະທຳປະຫວັດສາດບັນດາປູຊະນີຍະສະຖານປະຕິວັດ, ບັນດາເຫດການປະຕິວັດດຳເນີນຢູ່ພະລາດຊະວັງ ທັງລອງ ໃນວັນປົດປ່ອຍນະຄອນຫລວງ.

ຕອບກັບ