ຄວາມຈິງກ່ຽວກັບການ ລະເມີດກົດໝາຍຢູ່ ເຂດຊາວຄຼິດຫມີ້ອຽນ, ເງະອານ

Chia sẻ
(vovworld)-​​​​  ບັນດາ​ກຸ່ມ​ຄົນ​ທີ່ບໍ່​ດີ​ທັງຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ໄດ້​ໃຫ້​ຂ່າ​ວທີ່​ບໍ່​ມີ​ມຸນ​ຄວາມ​ຈິງ ກ່ຽວ​ກັບ​ເລື່ອງ​ອຳນາດ​ການ​ປົກຄອງ​ຕາ​ແສງ​ງີ​ເຟືອງ....

ຄວາມຈິງກ່ຽວກັບການ ລະເມີດກົດໝາຍຢູ່ ເຂດຊາວຄຼິດຫມີ້ອຽນ, ເງະອານ - ảnh 1

(ພາບ: baonghean.vn)

(vovworld)-​​​​ ທ່ານ​ຜູ້​ຟັງ​ທີ່​ເຄົາລົບ! ໃນ​ຊຸມ​ມື້​ຜ່ານ​ມາ, ​ໃນ​ເຄື​ອຂ່າຍ​ອິນ​ເຕີ​ແນັດ, ບັນດາ​ກຸ່ມ​ຄົນ​ທີ່ບໍ່​ດີ​ທັງຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ໄດ້​ໃຫ້​ຂ່າ​ວທີ່​ບໍ່​ມີ​ມຸນ​ຄວາມ​ຈິງ ກ່ຽວ​ກັບ​ເລື່ອງ​ອຳນາດ​ການ​ປົກຄອງ​ຕາ​ແສງ​ງີ​ເຟືອງ, ​ເມືອງ​ງີລົກ ​ແຂວງ​ເງະ​ອານ ມີ​ການ​ກະທຳ​ປາບ​ປາມ​ສາສະໜາ. ຄວາມ​ຈິງ ​ແລະ ​ທາດ​ແທ້​ຂອງ​​​ເຫດການ​​ເກີດ​ຂຶ້ນແຕ່​ເດືອນ 5/2013, ​​ເມື່ອຊາວ​ຄຼິດ​ໄດ້​ໃຊ້​ໄມ້ຄ້ອນ​ຕີພະນັກງານ​ຕຳຫຼວດ​ເມືອງ​ງີລົກ​ 3 ຄົນ​ໃນຂະນະ​ທີ່​ເຂົາ​ເຈົ້າພ້ອມ​ກັບ​ຄະນະ​ປະຕິບັດ​ງານ​ຂອງ​ກະຊວງ​ຕຳຫຼວດ​ລົງໄປ​ກຳ​ສະພາບ​ການ​ຢູ່​ທ້ອງ​ຖິ່ນ. ຊ້ຳບໍ່​ໜຳ, ຊາວ​ຄິຼດ​ເຫຼົ່ານັ້ນຍັງ​ມ້າງທຳລາຍ​ເຮືອນ​ຂອງ​ທ້າວ​ເດົ້າວັນ​ເຊີນ ຍ້ອນ​ສົງ​ໃສ​ວ່າ​ທ້າວ​ເຊີນ ​ໃຫ້​ພະນັກງານ​ຕຳຫຼວດ​ເຂົ້າຢາມ​ເຮືອນ. ພາຍຫຼັງ​ດຳ​ເນີນ​ການ​ສືບສວນ, ຕຳຫຼວດ​ແຂວງ​ເງະ​ອານ ​ໄດ້​ອອກ​ຄຳ​ສັ່ງ​ເປີດ​ການ​ສື​ບສວນ​ສອບ​ສວນ ​ແລະ ກັກ​ຕົວ​​ຊົ່ວຄາວ​ສຳລັບ 2 ​ເປົ້າໝາຍຄື: ​ໂງ​ວັນ​ເຂີຍ ​ແລະ ຫງວຽນ​ວັນ​ຫາຍ, ຢູ່ ຕາ​ແສງ​ງີ​ເຟືອງ, ​ເມືອງ​ງີລົກ ​ແຂວງ​ເງະ​ອານ ຕາມ​ລະບຽບ​ກົ​ດໝາຍ. ພາຍຫຼັງ​ຖືກ​ຈັບ​ຕົວ, 2 ​ເປົ້າໝາຍ​ດັ່ງກ່າວ​​ໄດ້ຍອມຮັບ​ຕໍ່ບັນດາ​ການ​ກະທຳ​ຜິດລະ​ເມີດ​ກົດໝາຍ​ຂອງ​ຕົນ.
ພາຍຫຼັງ​ເຫດການ​ດັ່ງກ່າວ, ການ​ນຳ​ແຂວງ​ເງະ​ອານ ​ແລະ ບັນດາ​ອົງການ​ມີໜ້າ​ທີ່​ຮັບຜິດຊອບ​ລົງ​ເຮັດ​ວຽກ​ໂດຍ​ກົງ​ເປັນ​ຫຼາຍ​ເທື່ອ ​ແລະ ​ແຈ້ງ​ໃຫ້​ຜູ້​ຮັບຜິດຊອບ​ເຂດ​ຊາວ​ຄຼິດທ້ອງ​ຖິ່ນຊາບ​ກ່ຽວ​ກັບ​ເລືື່ອງຈັບ​ຕົວ 2 ​ເປົ້າໝາຍ ໂງ​ວັນ​ເຂີຍ ​ແລະ ຫງວຽນ​ວັນ​ຫາຍ, ສະ​ເໜີ​ໃຫ້ສຳນັກ​ສັງຄະ​ລາດສົມທົບ​ກັບ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ເພື່ອ​ໃຫ້​ອົງການ​ສືບສວນ​ດຳ​ເນີນ​ຄະດີ​ຢ່າ​ງຖືກຕ້ອງ​ຕາມ​ລະບຽບກົດ​ໝາຍ. ພ້ອມ​ກັນນັ້ນກໍ່​ໄດ້​ອະທິບາຍ​ໃຫ້ ປຊຊ ​ເຂົ້າ​ໃຈແຈ້ງ​ຕໍ່ທາດ​ແທ້​ເນື້ອ​ໃນ​ເຫດການ ຍ້ອນ​ວ່າ 2 ​ເປົ້າໝາຍ​ດັ່ງກ່າວ​ກໍ່​ຍອມຮັບ​ການ​ກະທຳ​ລະ​ເມີດ​ກົດໝາຍ​ຂອງ​ຕົນ​ແລ້ວ.

  ​ແຕ່​ເຖິງ​ແນວ​ນັ້ນກໍ່ຕາມ, ​ໃນ​ວັນ​ທີ 4/9/2013, ​ໃນ​ຂະນະ​ທີ່​ອຳນາດ​ການ​ປົກຄອງ​ຕາ​ແສງ​ງີ​ເຊີນ ກຳລັງ​ຈັດການ​ປະຊຸມ, ມີ​ຊາວ​ຄຼິດປະມານ 30 ຄົນ, ສ່ວນ​ຫຼາຍ​ແມ່ນ​ແມ່ຍິງມືຖື​​ມິດ, ​ໄມ້ຄ້ອນ​ພາກັນ​ບຸກເຂົ້າສຳນັກງານຄະນະ​ກຳມະການ ປຊຊ ຕາ​ແສງ ທວງ​ໃຫ້​ປ່ອຍຕົວຜູ້​ຕ້ອງ​ຫາ 2 ຄົນ​ຄື: ໂງ​ວັນ​ເຂີຍ ​ແລະ ຫງວຽນ​ວັນ​ຫາຍ. ຮອດ​ 15 ​ໂມງ 30 ນາທີຂອງ​ວັນ​ດຽວ​ກັນ, ​ໂບດ​ຈ້າຍ​ກາວ ​ໄດ້​ຕີ​ລະຄັງ​​ເຕືອນ​ໄພ ​ແລະ ຊາວ​ຄິຼດນັບ​ຮ້ອຍຄົນ​ໄດ້​ພາກັນ​ບຸກ​ເຂົ້າ​ສຳນັກງານຄະນະ​ກຳມະການ ປຊຊ ​ຕາ​ແສງ​ງີ​ເຟືອງ. ຫຼັງ​ຈາກ​ນັ້ນ, ​ເປົ້າໝາຍ​ຫົວ​ຮຸນ​ແຮງ​ຈຳນວນ​ໜຶ່ງ​ໄດ້​ໃຊ້​ດິນ​ຈີ່, ຫີນ ​ເພື່ອ​ບຸກ​ໂຈມ​ຕີ​ກຳລັງ​ມີໜ້າ​ທີ່​ຮັບຜິດຊອບ​ພວມ​ປະ​ຕິ​ບັນໜ້າ​ທີ່​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ອັນ​ໄດ້​ເຮັດ​ໃຫ້​​ຕຳຫຼວດ​ຈຳນວນ​ໜຶ່ງ ​ແລະ ຊາວ​ຄຼິດ 14 ຄົນ​ຖືກ​ບາດ​ເຈັບ​ສາຫັດ.

  ​ເຖິງ​ວ່າ, ອຳນາດ​ການ​ປົກຄອງ​ແຂວງ​ເງະ​ອານ ​ໄດ້​ເປັນ​ເຈົ້າກາ​ນ​ປະຕິບັດ​ບັນດາ​ມາດ​ຕະການ​ເພື່ອ​​ແກ້​ໄຂ​ເຫດການຢ່າງ​ຖືກຕ້ອງ​ຕາມ​​ກົດໝາຍ​ຂອງ​ລັດກໍ່ຕາມ, ​ແຕ່​ການ​ການ​ກະທຳ​ກໍ່​ຄວາມ​ວຸ້ນວາຍ​ຂອງ​ຊາວ​ຄຼິດ​​ໃນເຂດຊາວ​ຄຼິດໝີ້ອຽນ ​ໃນ​ໄລຍະ​ຜ່ານ​ມາ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ວັນ​ທີ 3-4/9 ​ແມ່ນ​ເຫດການ​ລະ​ເມີດ​ກົດໝາຍ​ຢ່າງ​ຮ້າຍ​ແຮງ. ​ເປັນ​ທີ່​ຈະ​​ແຈ້ງ​​ແລ້ວ​ວ່າ, ຄວາມ​ຈິງ​ນີ້​ໄດ້​ປະຕິ​ເສດ​ບັນດາ​ຂ່າວ​ຄາວ​ທັງ​ໝົດ​ໃນ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ ຊື່​ງບັນດາ​ກຸ່ມ​ຄົນ​ທີ່​ບໍ່​ດີ​ຢູ່​ທັງພາຍ​ໃນ ​ແລະ ຕ່າງປະ​ເທດ​ໄດ້ ​ແລະ ພວມ​ຕັ້ງ​ໃຈ​ເສັກ​ສັນ​ປັ້ນ​ແຕ່ງ, ຍຸຍົງ​ສົ່ງ​ເສີມ, ກໍ່​ຄວາມ​ແບ່ງ​ແຍກ​ກຸ່ມ​ກອ້ນມະຫາ​ສາມັກຄີ​ທົ່ວ​ປວງ​ຊົນທັງ​ຊາດ.