ຄວນນໍາ ເກາະ ຝຸກວັກ ກາຍເປັນສະຖານທີ່ທ່ອງທ່ຽວລະດັບສາກົນ

Chia sẻ
(VOVWORLD) -ປັດຈຸບັນ, ກຽນຢາງ ບໍ່ພຽງແຕ່ ມີເກາະຝຸກວັກ ແມ່ນສະຖານທີ່ທີ່ລືຊື່ຂອງພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ເທົ່ານັ້ນ, ກຽນຢາງ ຍັງແມ່ນສະຖານທີ່ມີຄວາມສາມາດບ່ົມຊ້ອນ ແລະ ທ່າແຮງໄດ້ປຽບຢ່າງພຽງພໍ ເພື່ອບືນຕົວຂ້ຶນໃນເຂດອ່າວໄທ ແລະ ມີຄວາມດູດດື່ມທີ່ເປັນເອກະລັກສະເພາະສໍາລັບແຂກທ່ອງທ່ຽວ ແລະ ນັກລົງທຶນໃນທົ່ວໂລກ.
ຄວນນໍາ ເກາະ ຝຸກວັກ ກາຍເປັນສະຖານທີ່ທ່ອງທ່ຽວລະດັບສາກົນ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ກ່າວຄໍາເຫັນທີ່ກອງປະຊຸມ (ພາບ: TTXVN)

ທີ່ກອງປະຊຸມມີຫົວຂໍ້ວ່າ “ກຽນຢາງ - ທ່າແຮງບົ່ມຊ້ອນ, ກາລະໂອກາດການລົງທຶນ ແລະ ພັດທະນາແບບຍືນຍົງ” ທີ່ດໍາເນີນໃນຕອນເຊົ້າວັນທີ 29 ກໍລະກົດ ຢູ່ແຂວງກຽນຢ່າງຂອງຫວຽດນາມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຖືວ່າ ປັດຈຸບັນ, ກຽນຢາງ ບໍ່ພຽງແຕ່ ມີເກາະຝຸກວັກ ແມ່ນສະຖານທີ່ທີ່ລືຊື່ຂອງພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ເທົ່ານັ້ນ, ກຽນຢາງ ຍັງແມ່ນສະຖານທີ່ມີຄວາມສາມາດບ່ົມຊ້ອນ ແລະ ທ່າແຮງໄດ້ປຽບຢ່າງພຽງພໍ ເພື່ອບືນຕົວຂ້ຶນໃນເຂດອ່າວໄທ ແລະ ມີຄວາມດູດດື່ມທີ່ເປັນເອກະລັກສະເພາະສໍາລັບແຂກທ່ອງທ່ຽວ ແລະ ນັກລົງທຶນໃນທົ່ວໂລກ. ທ່ານຖືວ່າ ພື້ນຖານເສດຖະກິດຂອງ ກຽນຢາງ ອາດຈະພັດທະນາໂດຍອີງໃສ່ 3 ເສົາຄໍ້າ: ກະສິກໍາຄຸນນະພາບສູງສາມາດແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ; ສິນໃນນໍ້າສະອາດ ຕິດພັນກັບຂະແໜງອຸດສາຫະກໍາປຸງແຕ່ງ; ການທ່ອງທ່ຽວຊີວະພາບພັກຜ່ອນບໍາລຸງສຸຂະພາບລະດັບສາກົນ. ບົນພື້ນຖານນັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ຍົກອອກວິໄສທັດໃຫ້ແກ່ແຂວງກຽນຢາງວ່າ:

        “ກຽນຢາງ ຕ້ອງກາຍເປັນໜຶ່ງໃນບັນດາແຂວງພາກຕາເວັນຕົກສ່ຽງໃຕ້ທີ່ຂະຫຍັນຂັນເຄື່ອນ, ປ່ຽນແປງໃໝ່ ແລະ ຮັ່ງມີຂອງທົ່ວປະເທດ ໂດຍອີງໃສ່ທ່າໄດ້ປຽບຈາກທໍາມະຊາດ, ພື້ນຖານເສດຖະກິດທະເລ, ເສີມຂະຫຍາຍບັນດາສິ່ງທີ່ຍອດຍິ່ງຂອງພາກພື້ນໃຫ້ເປັນຢ່າງດີ. ມີແຫຼ່ງຊັບພະຍາກອນກະສິກໍາເປັນເອກະລັກ, ສະຖານທີ່ທ່ອງທ່ຽວເຂດຊົນຮ້ອນທີ່ເປັນເອກະລັກ, ມຸ່ງໄປສູ່ການພັດທະນາການທ່ອງທ່ຽວແບບຍືນຍົງ, ກວມລວມ. ດ້ວຍທີ່ຕັ້ງພິເສດຂອງຝຸກວັກ, ຕ້ອງມີວິໄສທັດເພື່ອນໍາ ເກາະງອກຝຸກວັກ ກາຍເປັນສະຖານທີ່ທ່ອງທ່ຽວ, ພັກຜ່ອນບໍາລຸງສຸຂະພາບລະດັບສູງທີ່ເປັນເອກະລັກສະເພາະ.  ພວກເຮົາຕ້ອງສຸມໃສ່ພັດທະນາ ຝຸກວັກ ບໍ່ພຽງແຕ່ເພື່ອແຂງຂັນກັບບັນດາທ້ອງຖິ່ນແຫ່ງຕ່າງໆຂອງຫວຽດນາມ ໃນການດຶງດູດນັກລົງທຶນ ແລະ ກາລະໂອກາດພັດທະນາເທົ່ານັ້ນ ຫາກຍັງເຮັດໃຫ້ ຝຸກວັກ ສາມາດແຂ່ງຂັນກັບກັບບັນດາປະເທດອື່ນໆ ຢ່າງມີປະສິດທິຜົນອີກດ້ວຍ”.

        ທ່ານ ຫງວຽນຊັວນຟຸກ ພ້ອມດ້ວຍການນໍາບັນດາກະຊວງ, ຂະແໜງການ ໄດ້ເປັນສັກຂີພິຍານພິທີປະກາດເປີດສາຍການບິນ ໄປ-ກັບເຖິງ ຝຸກວັກ  6 ສາຍຂອງບໍລິສັດການບິນ Vietjet.

ຕອນບ່າຍຂອງວັນດຽວກັນ, ຢູ່ນະຄອນແຢກຢ້າ, ແຂວງກຽນຢາງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມອບຫຼຽນໄຊ ເອກະລາດຊັ້ນ 1 ໃຫ້ແກ່ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງກຽນຢາງ. ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ ນີ້ແມ່ນລາງວັນອັນສູງສົ່ງຊຶ່ງພັກ, ລັດຫວຽດນາມໄດ້ມອບໃຫ້ກຽນຢາງ ຊຶ່ງເປັນການຮັບຮູ້ບັນດາຜົນງານສຳຄັນທີ່ປະຊາຊົນ ແລະ ພະນັກງານແຂວງກຽນຢາງບັນລຸມາໄດ້ໃນໄລຍະທີ່ຜ່ານມາ.

    ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກກ່າວວ່າ :

    “ ຂ້າພະເຈົ້າມີຄວາມຫວັງ ແລະ ເຊື່ອໝັ້ນວ່າ ໄລຍະທີ່ຈະມາເຖິງ, ກຽນຢາງ ສືບຕໍ່ຍູ້ແຮງຂະບວນການແຂ່ງຂັນຮັກຊາດ, ມານະພະຍາຍາມສູ້ຊົນປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 10 ຂອງອົງຄະນະພັກແຂວງຢ່າງມີໄຊ, ກະກຽມບັນດາປັດໄຈໃຫ້ແກ່ໄລຍະໃໝ່ຢ່າງໜັກແໜ້ນ. ໃນນັ້ນ, ເອົາໃຈໃສ່ເປັນພິເສດເຖິງການທະວີຄູນວິທີເຮັດ, ຮູບແບບທີ່ມີຫົວຄິດປະດິດສ້າງ ແລະ ມີປະສິດທິຜົນ, ນຳແຂວງກຽນຢາງກາຍເປັນແຂວງພັດທະນາຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ແລະ ມີຄວາມດຸ່ນດ່ຽງງົບປະມານນັບແຕ່ປີ 2020 ດ້ວຍຕົນເອງ ”


ຕອບກັບ