ຂ​າດ​ແຄນແຫລ່ງ​ເງິນ, WFP ຫຼຸດ​ຜ່ອນ​ການ​ຊ່ວຍ​ເຫຼືອ​ສະ​ບຽງ​ອາ​ຫານໃຫ້ເກືອບ 40 ປະ​ເທດ

Chia sẻ

(VOVWORLD) -  WFP ຕ້ອງຫຼຸດຜ່ອນການຊ່ວຍເຫຼືອສຳລັບເປົ້າໝາຍອຶດຫິວ ເພື່ອຊ່ວຍເຫຼືອຜູ້ຖືກອຶດຫິວຢູ່ໃນສະພາວະສຸກເສີນ.

 


ຂ​າດ​ແຄນແຫລ່ງ​ເງິນ, WFP ຫຼຸດ​ຜ່ອນ​ການ​ຊ່ວຍ​ເຫຼືອ​ສະ​ບຽງ​ອາ​ຫານໃຫ້ເກືອບ 40 ປະ​ເທດ - ảnh 1ພາບປະຊາຊົນຮັບສະບຽງອາຫານຢູ່ ຊູດັງ (ພາບ: AFP/TTXN)

ວັນທີ 29 ກໍລະກົດ, ທ່ານຮອງຜູ້ອຳນວຍການໂຄງການສະບຽງອາຫານໂລກ (WFP) Carl Skau ແຈ້ງໃຫ້ຊາບວ່າ ມີຢ່າງໜ້ອຍສຸດ 38/86 ປະເທດ ເຊິ່ງ WFP ເຄື່ອນໄຫວ ໄດ້ ຫຼືວ່າ ກຳລັງມີແຜນການຫຼຸດຜ່ອນການຊ່ວຍເຫຼືອສະບຽງອາຫານ, ເງິນສົດ ແລະ ການຊ່ວຍເຫຼືອອື່ນໆ. ຕາມການຄາດຄະເນຂອງ WFP ແລ້ວ, ຕ້ອງມີເງິນປະມານ 20 ຕື້ USD ຈຶ່ງສາມາດສະໜອງການຊ່ວຍເຫຼືອໃຫ້ຜູ້ມີຄວາມຕ້ອງການໄດ້ຢ່າງພຽງພໍ, ແຕ່ຄວາມຈິງແລ້ວ, ອົງການນີ້ ພຽງແຕ່ວາງເປົ້າໝາຍ 10 – 14 ຕື້ USD. ໄລ່ມາຮອດປັດຈຸບັນ, WFP ຫາກໍບັນລຸໄດ້ປະມານ 5 ຕື້ USD. ທ່ານຮອງຜູ້ອຳນວຍການ WFP ກໍເຜີຍໃຫ້ຮູ້ວ່າ ສະພາບການໃນປີ 2024 ກໍບໍ່ຄ່ອຍມີແງ່ຫວັງກວ່າ ແລະ ເນັ້ນໜັກວ່າ “ແຫຼ່ງເງິນຊ່ວຍເຫຼືອພວມໝົດໄປ”.

ຕໍ່ໜ້າສະພາບການຕົວຈິງດັ່ງກ່າວ, WFP ຕ້ອງຫຼຸດຜ່ອນການຊ່ວຍເຫຼືອສຳລັບເປົ້າໝາຍອຶດຫິວ ເພື່ອຊ່ວຍເຫຼືອຜູ້ຖືກອຶດຫິວຢູ່ໃນສະພາວະສຸກເສີນ.

 

ຕອບກັບ