ຂໍ້ສະເໜີແນະຊ່ວຍໃຫ້ ອາຊຽນ ໄດ້ຮັບຜົນປະໂຫຍດຫຼາຍສຸດຈາກ RCEP

Chia sẻ
(VOVWORLD) -ສູນ ອາຊຽນ - ຍີ່ປຸ່ນ (AJC) ຫາກໍ່ປະກາດບົດລາຍງານໄຈ້ແຍກ “ລະບົບມູນຄ່າທົ່ວໂລກ ອາຊຽນ ແລະ ການພົວພັນກັບສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານ (RCEP): ບັນດາການກະທົບຂອງ RCEP ເຖິງການເຊື່ອມໂຍງ ອາຊຽນ”
ຂໍ້ສະເໜີແນະຊ່ວຍໃຫ້ ອາຊຽນ ໄດ້ຮັບຜົນປະໂຫຍດຫຼາຍສຸດຈາກ RCEP - ảnh 1(ພາບປະກອບ: TTXVN)

ໃນນັ້ນ ຂໍ້ສະເໜີແນະ ອາຊຽນ ປະຕິບັດ 5 ມາດຕະການນະໂຍບາຍເພື່ອໄດ້ຮັບຜົນປະໂຫຍດຫຼາຍທີ່ສຸດຈາກ RCEP. ໝາກຜົນການຄົ້ນຄວ້າຊີ້ໃຫ້ເຫັນວ່າ ສຳລັບຂະແໜງຕ່ຳແຜ່ນຕັດຫຍິບ, ບັນດາປະເທດ ອາຊຽນ ແມ່ນນັກຜະລິດຫຼັກແຫຼ່ງ ແລະ ແມ່ນນັກສົ່ງອອກ ຫາກບໍ່ແມ່ນປະເທດຜະລິດເປັນກາງ. ຍ້ອນເຫດນັ້ນ, ບັນດາປະເທດ ອາຊຽນ ສາມາດຮັບຜົນປະໂຫຍດຈາກ RCEP ຜ່ານການເປີດກວ້າງການນຳເຂົ້າຜ້າແພຈາກ ຈີນ.

        ສຳລັບກະສິກຳ ແລະ ທ່ອງທ່ຽວ, ນີ້ແມ່ນບັນດາຂະແໜງພົ້ນເດັ່ນໃນ ອາຊຽນ, ມີລັກສະນະຫັນມາສູ່ພາຍໃນ ແລະ ມຸ່ງໄປເຖິງພາກພື້ນ ແລະ ສາມາດແຊກຊຶມຕະຫຼາດ ອາຊຽນ ແລະ RCEP ໄດ້.

ຕອບກັບ