ກຳປູເຈຍແລະໄທໃຫ້ຄຳໝັ້ນສັນຍາຮັກສາສັນຕິພາບລຽບຕາມຊາຍແດນ

Chia sẻ
(vovworld) – ​​ກຳປູ​ເຈຍ​ແລະ​ໄທ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຮັກສາ​ສັນຕິພາບ​​ ​ແລະ ສະຖຽນ​ລະ​ພາບຢູ່​ລຽບ​ຕາມ​ເຂດ​ຊາຍ​ແດນ ບໍ່​ວ່າ​ຄຳ​ຕັດສິນ​​ຂອງ​ສານ​ຍຸຕິ​ທຳ​ສາກົນ....
ກຳປູເຈຍແລະໄທໃຫ້ຄຳໝັ້ນສັນຍາຮັກສາສັນຕິພາບລຽບຕາມຊາຍແດນ - ảnh 1
ພະ​ວິຫານ Preah Vihear
(ພາບ: asianews.it)

(vovworld) – ​​ກຳປູ​ເຈຍ​ແລະ​ໄທ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຮັກສາ​ສັນຕິພາບ​​ ​ແລະ ສະຖຽນ​ລະ​ພາບຢູ່​ລຽບ​ຕາມ​ເຂດ​ຊາຍ​ແດນ ບໍ່​ວ່າ​ຄຳ​ຕັດສິນ​​ຂອງ​ສານ​ຍຸຕິ​ທຳ​ສາກົນ (ICJ) ທີ່​ຈະ​ມາ​ເຖິງກ່ຽວ​ກັບ​ເຫ​ດການທີ່ກ່ຽວຂ້ອງ​ເຖິງ​ເຂດ​ພິດ​ພາດ​ກັນ​ຢູ່ອ້ອມ​ແອ້ມ​ພະ​ວິຫານ Preah Vihear ຄື​ແນວ​ໃດ. ຄຳ​ຖະ​ແຫຼ​ງການ​ດັ່ງກ່າວ​ໄດ້​ຍົກ​ອອກ​ມາ​ພາຍຫຼັງ​ການ​ພົບ​ປະ​​ໃນ​ວັນ​ທີ 28/10 ລະຫວ່າງທ່ານ​ຮອງ​ນາຍົກລັດຖະມົນຕີ ທັງ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ ກຳປູ​ເຈຍ Hor Namhong ​ແລະ ຄູ່​ຕຳ​ແໜ່​ງ ​ໄທ ສຸຣາພົງ ​ໂຕ​ວິ​ຈາກ​ໄຈ​ກຸນ ທີ່​ວາລະ​ປະຊຸມ​ຖືກ​ຈັດ​ຂຶ້ນ​ຢູ່​ນະຄອນ Poipet ຂອງ ກຳປູ​ເຈຍ, ​ໂຄສົກ​​ກະຊວງ​ການ​ຕ່າງປະ​ເທດ ກຳປູ​ເຈຍ Koy Kuong ​ໃຫ​້ຮູ້​ວ່າ: 2 ຝ່າຍ​ໄດ້​ຕົກລົງ​ປະຕິບັດ​ຕາມ​ຄຳ​ຕັດສິນ​ຈະ​ມາ​ເຖິງ​ຂອງ ICJ ບົນ​ຈິດ​ໃຈ 2 ປະ​ເທດ​ອ້າຍ​ນ້ອງ​ໃກ້​ຄຽງ​ມິດຕະພາບ, ​ເຫັນ​ດີ​ເປັນ​ເອກະສັນ​ຮັກສາ ​ແລະ ຊຸກຍູ້​ສາຍ​ພົວພັນ​ອັນ​​ດີງາມ​ເພື່ອ​ແນ​ໃສ່​ສ້າງ​ເຂດ​ຊາຍ​ແດນ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຮ່ວມ​ມື.