ກຳປູເຈຍສະເໜີສະຫະປະຊາຊາດຕິດຕາມກວດກາການເລືອກຕັ້ງສະພາແຫ່ງຊາດໃກ້ຈະມາເຖິງ

Chia sẻ
(VOVWORLD) -ວັນທີ 13 ມີນາ, ຄະນະກຳມະການເລືອກຕັ້ງແຫ່ງຊາດກຳປູເຈຍ (NEC) ສະເໜີໃຫ້ສະຫະປະຊາຊາດຈັດສົ່ງນັກສັງເກດການ ຫຼື ເປີດຫ້ອງການຕາງໜ້າປະຈຳ NEC ເພື່ອຕິດຕາມກວດກາວຽກງານເລືອກຕັ້ງຢູ່ປະເທດນີ້ໃນທ້າຍເດືອນ ກໍລະກົດ ຈະມາເຖິງ.

ກຳປູເຈຍສະເໜີສະຫະປະຊາຊາດຕິດຕາມກວດກາການເລືອກຕັ້ງສະພາແຫ່ງຊາດໃກ້ຈະມາເຖິງ - ảnh 1ກຳປູເຈຍສະເໜີສະຫະປະຊາຊາດຕິດຕາມກວດກາການເລືອກຕັ້ງສະພາແຫ່ງຊາດໃກ້ຈະມາເຖິງ

(ພາບປະກອບ: THX/TTXVN)

ຄຳສະເໜີດັ່ງກ່າວໂດຍທ່ານ Sik Bunhok, ປະທານ NEC ຍົກອອກມາທີ່ການເຮັດວຽກລະຫວ່າງ NEC ກັບທ່ານນາງ Rhona Smith, ນັກປະຖະກະຖາພິເສດກ່ຽວກັບສິດທິມະນຸດສະຫະປະຊາຊາດ ປະຈຳກຳປູເຈຍ. ແຕ່ເຖິງຢ່າງໃດກໍ່ຕາມ, ທ່ານນາງ Rhona Smith ຍັງບໍ່ທັນໃຫ້ຄຳຕອບກ່ຽວກັບຂໍ້ສະເໜີດັ່ງກ່າວຂອງກຳປູເຈຍ ເທື່ອ.

        ທ່ານນາງ Rhona Smith ພວມມີການປະຕິບັດງານຢູ່ກຳປູເຈຍ ໃນລະຫວ່າງວັນທີ 05 – 14 ມີນາ. ໃນການໄປປະຕິບັດງານຄັ້ງນີ້, ທ່ານນາງ Rhona Smith ໄດ້ມີບັນດາການພົບປະ, ເຮັດວຽກກັບການນຳຂັ້ນສູງຂອງກຳປູເຈຍ ອີກດ້ວຍ.

ຕອບກັບ