ກຳປູເຈຍ: ສິ້ນສຸດບັ້ນຂົນຂວາຍຫາສຽງເລືອກຕັ້ງ

Chia sẻ
(VOVWORLD) - ຄະນະກຳມະການເລືອກຕັ້ງ ກຳປູເຈຍ (NEC) ໃຫ້ຮູ້ວ່າ: ມີຜູ້ສະໜັບສະໜູນໃຫ້ 7 ພັກການເມືອງໃນຈຳນວນ 20 ພັກການເມືອງເຂົ້າຮ່ວມການເລືອກຕັ້ງກ່ວາ 300.000 ຄົນ...

ວັນທີ 27 ກໍລະກົດ, ບັ້ນຂົນຂວາຍຫາສຽງເລືອກຕັ້ງສະພາແຫ່ງຊາດ ກຳປູເຈຍ ຊຸດທີ VI, ເຊິ່ງເລີ່ມຕົ້ນມາແຕ່ວັນທີ 7 ກໍລະກົດ, ໄດ້ສິ້ນສຸດລົງ ເພື່ອຮອດວັນທີ 29 ກໍລະກົດ, ຜູ້ມີສິດເລືອກຕັ້ງປະມານ 8,3 ລ້ານຄົນຈະໄປປ່ອນບັດເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດໃໝ່ຂອງປະເທດນີ້ 125 ຄົ້ນ.

ຄະນະກຳມະການເລືອກຕັ້ງ ກຳປູເຈຍ (NEC) ໃຫ້ຮູ້ວ່າ: ມີຜູ້ສະໜັບສະໜູນໃຫ້ 7 ພັກການເມືອງໃນຈຳນວນ 20 ພັກການເມືອງເຂົ້າຮ່ວມການເລືອກຕັ້ງກ່ວາ 300.000 ຄົນໄດ້ເຕົ້າໂຮມກັນຢູ່ສູນວາງສະແດງການຄ້າ Koh Pich ແລະ ສະໜາມຫຼວງ ປະຊາທິປະໄຕ, ຫຼັງຈາກນັ້ນໄດ້ເດີນຂະບວນຢູ່ຖະໜົນສາຍຕ່າງໆໃນນະຄອນຫຼວງ ພະນົມເປັນ.

ໃນຕະຫຼອດວິວັດການຂົນຂວາຍຫາສຽງເລືອກຕັ້ງ, ພັກປະຊາຊົນກຳປູເຈຍ (CPP) ກຳອຳນາດໄດ້ດຳເນີນບັ້ນຫາສຽງເລືອດຕັ້ງດ້ວຍຂອບຂະໜາດໃຫຍ່ທີ່ສຸດ. ພິເສດ, ໃນມື້ທຳອິດ ແລະ ມື້ສຸດທ້າຍຂອງບັ້ນຫາສຽງເລືອກຕັ້ງນີ້, ທ່ານປະທານພັກ CPP Samdec Techo Hunsen ໄດ້ເປັນປະທານການເຕົ້າໂຮມ ແລະ ເຂົ້າຮ່ວມເດີນຂະບວນພ້ອມກັບບັນດາຜູ້ມີສິດເລືອກຕັ້ງທີ່ສະໜັບສະໜູນພັກ CPP.

ຕອບກັບ