ກຳປູເຈຍ - ລາວ - ຫວຽດນາມ ຊຸກຍູ້ການຮ່ວມມືຫຼາຍຝ່າຍເພື່ອການພັດທະນາເສດຖະກິດ ສັງຄົມຂອງ 3 ຝ່າຍ

ນັກຂ່າວ VOV ປະຈຳ ລາວ
Chia sẻ
(VOVWORLD) -   ການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວໃນເຂດສາມຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ບັນລຸໄດ້ບັນດາໝາກຜົນຕັ້ງໜ້າ, ແຕ່ບັນດາໂຄງການ, ແຜນການຍັງແມ່ນການຮ່ວມມືສອງຝ່າຍເປັນຕົ້ນ, ຂາດບັນດາໂຄງການຮ່ວມມື 3 ຝ່າຍທີ່ບັນລຸຜົນສຳເລັດ.
ກຳປູເຈຍ - ລາວ - ຫວຽດນາມ ຊຸກຍູ້ການຮ່ວມມືຫຼາຍຝ່າຍເພື່ອການພັດທະນາເສດຖະກິດ ສັງຄົມຂອງ 3 ຝ່າຍ - ảnh 1ກອງປະຊຸມຂອງ 3 ຝ່າຍຈັດຂຶ້ນຢູ່ ອັດຕະປື

 

ວັນທີ 28 ກຸມພາ, ກອງປະຊຸມອະນຸກຳມະການເສດຖະກິດຄັ້ງທີ 12 ເຂດສາມຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ໄດ້ຈັດຂຶ້ນຢູ່ແຂວງ ອັດຕະປຶ, ສປປ ລາວ. ກອງປະຊຸມໄດ້ດຳເນີນໄປໃນຂອບເຂດກອງປະຊຸມຄະນະກຳມະການປະສານງານຮ່ວມຄັ້ງທີ 13 ເຂດສາມຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ, ເຊິ່ງຈັດຂຶ້ນໃນລະຫວ່າງວັນທີ 26 ກຸມພາ ຫາ ວັນທີ 1 ມີນາ, ຢູ່ ສປປ ລາວ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເຢືອງຮຸ່ງເກື່ອງ, ຮອງຫົວໜ້າກົມເສດຖະກິດພົວພັນຕ່າງປະເທດ (ກະຊວງແຜນການ ແລະ ການລົງທຶນ), ຫົວໜ້າອະນຸກຳມະການເສດຖະກິດ ຫວຽດນາມ, ເນັ້ນໜັກວ່າ: ການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວໃນເຂດສາມຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ບັນລຸໄດ້ບັນດາໝາກຜົນຕັ້ງໜ້າ, ແຕ່ບັນດາໂຄງການ, ແຜນການຍັງແມ່ນການຮ່ວມມືສອງຝ່າຍເປັນຕົ້ນ, ຂາດບັນດາໂຄງການຮ່ວມມື 3 ຝ່າຍທີ່ບັນລຸຜົນສຳເລັດ. ບັນດາຄວາມກ້າວໜ້າໃນການຮ່ວມມືດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວລະຫວ່າງ 3 ປະເທດຍັງຈຳກັດຢູ່. ການຮ່ວມມືໃນການສ້າງແຜນຜັງລວມແຫ່ງການພັດທະນາເສດຖະກິດ ຂອງເຂດສາມຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ, ກໍ່ຄືການລະດົມແຫຼ່ງກຳລັງເພື່ອຊຸກຍູ້ການຮ່ວມມືຍັງຈຳກັດຢູ່. ທ່ານ ເກື່ອງ ໃຫ້ຮູ້ຕື່ມອີກວ່າ: ເຂດສາມຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ຍັງສືບຕໍ່ສຸມໃສ່ຊຸກຍູ້ການຮ່ວມມືທີ່ແທດຈິງ ແລະ ມີປະສິດທິຜົນກ່ວາອີກ.

        ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ປຶກສາຫາລື ກ່ຽວກັບບັນດາການກຳນົດທິດຍຸດທະສາດການຮ່ວມມືໃນໄລຍະຈະມາເຖິງ. ຝ່າຍ ຫວຽດນາມ ໄດ້ສະເໜີຊຸກຍູ້ການຮ່ວມມືໃນການສ້າງແຜນຜັງລວມໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມ ເຂດສາມຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ, ກໍ່ຄືຊຸກຍູ້ການເຊື່ອມຕໍ່ 3 ພື້ນຖານເສດຖະກິດ ກຳປູເຈຍ - ລາວ - ຫວຽດນາມ.

ຕອບກັບ