ກຳປູເຈຍ ຈະເປັນປະເທດເຈົ້າພາບຈັດຕັ້ງກອງປະຊຸມການຄ້າ ອິນເດຍ - ກຳປູເຈຍ - ລາວ - ມຽນມາ - ຫວຽດນາມ ຄັ້ງທີ 5

ວັນໂດ, ນັກຂ່າວ VOV ປະຈຳ ກຳປູເຈຍ
Chia sẻ
(VOVWORLD) - ກຳປູເຈຍ ຈະເປັນປະເທດເຈົ້າພາບຈັດຕັ້ງກອງປະຊຸມການຄ້າ ອິນເດຍ - ກຳປູເຈຍ - ລາວ - ມຽນມາ - ຫວຽດນາມ ຄັ້ງທີ 5 ຊຶ່ງຈະດຳເນີນແຕ່ວັນທີ 21 – 22 ພຶດສະພາ ຈະມາເຖິງ.

ກອງປະຊຸມໄດ້ຮັບການຈັດຕັ້ງແມ່ນແນໃສ່ຊຸກຍູ້ ແລະ ປັບປຸງການພົວພັນເສດຖະກິດ, ການຄ້າ, ວັດທະນະທຳ ແລະ ການທ່ອງທ່ຽວ, ພິເສດ ແມ່ນນຳມາເຊິ່ງໂອກາດຊອກຫາບັນດາຄູ່ຮ່ວມມືດ້ານການຄ້າ - ການລົງທຶນ, ແລກປ່ຽນຂໍ້ມູນຂ່າວສານລະຫວ່າງບັນດາປະເທດ ອິນເດຍ, ກຳປູເຈຍ, ລາວ, ມຽນມາ ແລະ ຫວຽດນາມ.

        ໃນຂອບເຂດກອງປະຊຸມ ຈະດຳເນີນບັນດາການພົບປະແລກປ່ຽນລະຫວ່າງບັນດາວິສາຫະກິດ, ສ້າງກາລະໂອກາດການຮ່ວມມືໃນບັນດາຂົງເຂດແຕກຕ່າງກັນ. ກອງປະຊຸມກໍ່ແມ່ນໂອກາດ ເພື່ອໃຫ້ບັນດາທ້ອງຖິ່ນ ແລະ ວິສາຫະກິດຂອງ ກຳປູເຈຍ, ລາວ, ມຽນມາ ແລະ ຫວຽດນາມ ພົບປະ, ແລກປ່ຽນ, ສະເໜີບັນດາໂຄງການລະອຽດ, ຮຽກຮ້ອງການລົງທຶນ, ຮ່ວມທຸລະກິດ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດຂອງພາກພື້ນ.

ຕອບກັບ