ການແຫ່ຂະບວນຄັ້ງປະຫວັດສາດຢູ່ຝຣັ່ງຄັດຄ້ານການກໍ່ການຮ້າຍ

Thuy Van,ນັກຂ່າວVOVປະຈຳຝຣັ່ງ
Chia sẻ
ກ່​ວາ 4 ລ້ານ​ຄົນ​ໄດ້​ລົງ​ຖະ​ໜົນ​ໃນ​ວັນ​ທີ 11/1, ເພື່ອ​ອາ​ໄລ​ຫາຜູ້​ປະ​ສົບ​ເຄາະ​ຮ້າຍ 17 ຄົນ ໃນ​ເຫດ​ການ​ຍິງ​ປືນ ແລະ 2 ເຫດ​ການ​ຈັບ​ຕົວ​ປະ​ກັນ​ກໍ່​ການ​ຮ້າຍ, ​ໃນ​ນັ້ນ​ສະ​ເພາະ​ຢູ່​ນະ​ຄອນຫຼວງ ປາ​ຣີ ມີ 1,3 ລ້ານ​ຄົນ.
ການແຫ່ຂະບວນຄັ້ງປະຫວັດສາດຢູ່ຝຣັ່ງຄັດຄ້ານການກໍ່ການຮ້າຍ - ảnh 1
ຢູ່​ນະ​ຄອນຫຼວງ ປາ​ຣີ ມີ 1,3 ລ້ານ​ຄົນເຂົ້າ​ຮ່ວມ​ການ​ແຫ່​ຂະ​ບວນ
(ພາບ: RT)

(vovworld) - ກ່​ວາ 4 ລ້ານ​ຄົນ​ໄດ້​ລົງ​ຖະ​ໜົນ​ໃນ​ວັນ​ທີ 11/1, ເພື່ອ​ອາ​ໄລ​ຫາຜູ້​ປະ​ສົບ​ເຄາະ​ຮ້າຍ 17 ຄົນ ໃນ​ເຫດ​ການ​ຍິງ​ປືນ ແລະ 2 ເຫດ​ການ​ຈັບ​ຕົວ​ປະ​ກັນ​ກໍ່​ການ​ຮ້າຍ, ​ໃນ​ນັ້ນ​ສະ​ເພາະ​ຢູ່​ນະ​ຄອນຫຼວງ ປາ​ຣີ ມີ 1,3 ລ້ານ​ຄົນ. ໃນ​ການ​ແຫ່​ຂະ​ບວນປະ​ຫວັດ​ສາດ​ພ້ອມ​ກັບ​ຊາວ ຝ​ຣັ່ງ ຍັງ​ມີ​ການ​ນຳ 50 ປະ​ເທດ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ຝ​ຣັ່ງ ພ້ອມ​ກັບ​ພະ​ນັກ​ງານ​ສະ​ຖານ​ທູດ ຫວຽດ​ນາມ ເປັນ​ຈຳ​ນວນຫຼ​ວງຫຼາຍ ກໍ່​ເຂົ້າ​ຮ່ວມ​ການ​ແຫ່​ຂະ​ບວນ​ສະ​ໜ​ັບ​ສະ​ໜູນ​ຊາວ​ຝ​ຣັ່ງ. ເມື່ອ​ຕອບ​ສຳ​ພາດ​ຕໍ່​ນັ​ກ​ຂ່າວ VOV, ພົນ​ລະ​ເມືອງ ຝ​ຣັ່ງ ຜູ້​ໜຶ່ງ, ໃຫ້​ຮູ້​ວ່າ:

        “ຂ້າ​ພະ​ເຈົ້າ​ມີ​ຄວາມ​ສະ​ເທືອນ​ໃຈ ແລະ ພິ​ເສດ​ເມື່ອ​ມີ​ໜ້າ​ຢູ່​ທີ່ນີ້ ແລະ ໄດ້​ຮັບ​ຟັງ​ທຸກ​ຄົນ​ພ້ອມ​ກັບ​ອອ​ກ​ສຽງ​ປົກ​ປັກ​ຮັກ​ສາ​ບັນ​ດາ​ຄຸນ​ຄ່າ​ຂອ​ງ​ພື້ນ​ຖານ​ສາ​ທາ​ລະ​ນະ, ຂອງ​ຄວາມ​ເສ​ລ​ີ​ດ້ານ​ສື່​ສານ… ນີ້​ແມ່ນ​ຈຸດ​ເວ​ລາ​ສຳ​ຄັນ​ເພື່ອ​ໃຫ້​ທຸກ​ຄົນ​ພ້ອມ​ກັນ​ສາ​ມັກ​ຄີ ແລະ ປົກ​ປັກ​ຮັກ​ສາ​ບັນ​ດາ​ພື້ນ​ຖານ​ຂອງ​​ສາ​ທາ​ລະ​ນະ​ຝ​ຣັ່ງ. ເພື່ອ​ບັນ​ລຸ​ຜົນ​ສຳ​ເລັດ​ໃນ​ການ​​ຮົບ​ຕ້ານກໍ່​ການ​ຮ້າຍ, ຕ້ອງ​ມີ​ການ​ປະ​ຕິ​ຮູບ​ຂອງ​ທົ່ວ​ສັງ​ຄົມ​ຝ​ຣັ່ງ - ບ່ອນ​ທີ່​​ເກີດ​ບັນ​ດາ​ພາກ​ສ່ວນກໍ່​ການ​ຮ້າຍ, ຕ້ອງ​ປະ​ຕິ​ຮູບ​ເພື່ອ​ສະ​ກັດ​ກັ້ນ​ພວກ​ມັນ, ປະ​ຕິ​ຮູບ​ຈາກ​ກົກ​ເຄົ້າ​ເຫງົາ​ກໍ, ຈາກ​ພື້ນ​ຖານ​ການ​ສຶກ​ສາ.”