ການ​ເລືອກ​ຕັ້ງ ຢູ່​ອາ​ເມ​ລິກາ 2020: ນະຄອນຫຼວງ ວໍ​ຊີງ​ຕັນ ​ແລະ 8 ລັດດໍາ​ເນີນ​ການ​ເລືອກ​ຕັ້ງ​ຂັ້ນຕົ້ນ

Chia sẻ
(VOVWORLD) - ຕາມໝາກຜົນຫຼ້າສຸດ, ທ່ານອະດີດຮອງປະທານາທິບໍດີ ອາເມລິກາ Joe Biden ຂຶ້ນກັບພັກປະຊາທິປະໄຕ ຍາດໄດ້ໄຊຊະນະຢູ່ລັດ Indiana, ລັດ Pennsylvania, Rhole Island, Maryland ແລະ Dakota ເໜືອ ດ້ວຍຈໍານວນບັດສະໜັບສະໜູນຂາດຂັ້ນ.
ການ​ເລືອກ​ຕັ້ງ ຢູ່​ອາ​ເມ​ລິກາ 2020: ນະຄອນຫຼວງ ວໍ​ຊີງ​ຕັນ ​ແລະ 8 ລັດດໍາ​ເນີນ​ການ​ເລືອກ​ຕັ້ງ​ຂັ້ນຕົ້ນ      - ảnh 1ທ່ານປະທານາທິບໍດີ ເອເມລິກາ Donald Trump(ເບື້ອງຊ້າຍ)   ແລະ ທ່ານອະດີດຮອງປະທານາທິບໍດີ ອາເມລິກາ Joe Biden(ພາບ:AFP/TTXVN)

        ວັນທີ 02 ມິຖຸນາ, ນະຄອນຫຼວງວໍຊີງຕັນ ພ້ອມກັບ 8 ລັດ  ຂອງ ອາເມລິກາ ໄດ້ຈັດຕັ້ງການປ່ອນບັດເລືອກຕັ້ງຂັ້ນຮາກຖານ. ການເລືອກຕັ້ງຄັ້ງນີ້ ໄດ້ດໍາເນີນໄປໃນສະພາບການທີ່ ພັກປະຊາທິປະໄຕ ແລະ ພັກ ສາທາລະນະຍັງສືບຕໍ່ໂຕ້ຖຽງກັນກ່ຽວກັບຮູບແບບການປ່ອນບັດຜ່ານທາງໄປສະນີ. ໃນຂະນະທີ່ພັກປະຊາທິປະໄຕ ສະໜັບສະໜູນຮູບແບບການປ່ອນບັດດັ່ງກ່າວ ຄືດັ່ງມາດຕະການໜຶ່ງທີ່ປອດໄພ, ສ່ວນທ່ານປະທານາທິບໍດີ ເອເມລິກາ Donald Trump ສັງກັດ ພັກສາທາລະນະ ພັດຄັດຄ້ານ ເມື່ອຖືວ່າ ຮູບແບບການປ່ອນບັດດັ່ງກ່າວ ຈະເຮັດໃຫ້ຄວາມສ່ຽງໃນການສໍ້ໂກງບັດເລືອກຕັ້ງເພີ່ມຂຶ້ນ.      

        ບັນດາການປ່ອນບັດຂັ້ນຮາກຖານນີ້ ກໍແມ່ນໂອກາດເພື່ອຊອກຫາຜູ້ສະໝັກເລືອກຕັ້ງຂອງ ພັກສາທາລະນະແລະ ພັກປະຊາທິປະໄຕ ຫາສຽງເລືອກຕັ້ງເຂົ້າສະພາແຫ່ງຊາດໃນການເລືອກຕັ້ງທົ່ວປະເທດ ເຊິ່ງຈະດໍາເນີນໃນເດືອນພະຈິກ ຈະມາເຖິງ.

        ຕາມໝາກຜົນຫຼ້າສຸດ, ທ່ານອະດີດຮອງປະທານາທິບໍດີ ອາເມລິກາ Joe Biden ຂຶ້ນກັບພັກປະຊາທິປະໄຕ ຍາດໄດ້ໄຊຊະນະຢູ່ລັດ Indiana, ລັດ Pennsylvania, Rhole Island, Maryland ແລະ Dakota ໃຕ້ ດ້ວຍຈໍານວນບັດສະໜັບສະໜູນລືນກາຍຢ່າງຂາດຂັ້ນ.


ຕອບກັບ