ການເຈລະຈາລະຫວ່າງອີຣານແລະກຸ່ມ P5+1ບໍ່ບັນລຸຜົນ
(vovworld) – ໂດຍບໍ່ຫົວຊາຕໍ່ການເຈລະຈາໄດ້ແກ່ຍາວຕື່ມອີກ 1 ວັນ, ການເຈລະຈາລະຫວ່າງ ອີຣານ ແລະ ກຸ່ມ P5+1...
ບັນດາຜູ້ແທນເຂົ້າຮ່ວມການເຈລະຈາ
(ພາບ: AFP/TTXVN)
(vovworld) – ໂດຍບໍ່ຫົວຊາຕໍ່ການເຈລະຈາໄດ້ແກ່ຍາວຕື່ມອີກ 1 ວັນ, ການເຈລະຈາລະຫວ່າງ ອີຣານ ແລະ ກຸ່ມ P5+1 (ເຊິ່ງລວມມີ 5 ປະເທດກຳມະການຜູ້ປະຈຳການສະພາຄວາມໝັ້ນຄົງ ສປຊ ແມ່ນ ອັງກິດ, ອາເມລິກາ, ຝຣັ່ງ, ລັດເຊຍ, ຈີນ ແລະ ເຢຍລະມັນ) ຢູ່ເຊີແນວ, ປະເທດ ສະວິດ, ໄດ້ສິ້ນສຸດລົງໃນວັນທີ 9/11 ເຊິ່ງບໍ່ບັນລຸຂໍ້ຕົກລົງໃດກ່ຽວກັບໂຄງການນິວເຄຼຍທີ່ກໍ່ຄວາມໂຕ້ຖຽງກັນຂອງເຕເຮຣານ. ເຖິງຢ່າງໃດກໍ່ຕາມ, ບັນດາຝ່າຍເຫັນດີເປັນເອກະສັນຈະພົບປະກັນໃນວັນທີ 20/11 ຈະມາເຖິງ ເພື່ອດຳເນີນການເຈລະຈາຄັ້ງໃໝ່. ກ່າວຄຳເຫັນພາຍຫຼັງການເຈລະຈາ, ທ່ານລັດຖະມົນຕີການຕ່າງປະເທດ ຝຣັ່ງ Laurent Fabius ໃຫ້ຮູ້ວ່າ: ອີຣານ ແລະ ກຸ່ມ P5+1 ຍັງຄົງມີບາງບັນຫາທີ່ບໍ່ລົງລອຍກັນຕ້ອງໄດ້ຮັບການແກ້ໄຂ. ຕາມທ່ານລັດຖະມົນຕີການຕ່າງປະເທດ ອີຣານ Mohammad Javad Zarif ແລ້ວ, ທ່ານຮູ້ສຶກເສຍຫວັງຍ້ອນການເຈລະຈາຖືກດຳເນີນບໍ່ມີລັກສະນະສ້າງສັນ. ທ່ານສະແດງຄວາມຫວັງວ່າ: 2 ຝ່າຍອາດຈະບັນລຸຂໍ້ຕົກລົງໃນການເຈລະຈາຄັ້ງຕໍ່ໄປ.