ການເຈລະຈາລະຫວ່າງ ຈີນ - ອາເມລິກາ ພວມມີບາດກ້າວຕັ້ງໜ້າຫລາຍຢ່າງ

Chia sẻ
(VOVWORLD) - ວັນທີ 29 ທັນວາ, ທ່ານປະທານປະເທດ ຈີນ ສີຈິ້ນຜິງ ໄດ້ໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ອາເມລິກາ Donald Trump. 

ໃນການໂອ້ລົມທາງໂທລະສັບ, ທ່ານປະທານາທິບໍດີ Donald Trump ໄດ້ສົ່ງຄຳຢື້ຢາມຖາມຂ່າວ ແລະ ອວຍພອນປີໃໝ່ເຖິງທ່ານປະທານປະເທດ ສີຈິ້ນຜິງ ແລະ ປະຊາຊົນ ຈີນ ທຸກຖ້ວນໜ້າ, ພ້ອມທັງຢັ້ງຢືນຄວາມສຳຄັນຂອງການພົວພັນ ຈີນ - ອາເມລິກາ. ທ່ານ Donald Trump ຢືນຢັນວ່າ ບັນດາຄວາມມານະພະຍາຍາມໃນການພົບປະເຈລະຈາລະຫວ່າງ ຈີນ - ອາເມລິກາ ພວມມີບາດກ້າວຕັ້ງໜ້າຫລາຍຢ່າງ ແລະ ຫວັງວ່າ ຈະສາມາດບັນລຸໄດ້ບັນດາໝາກຜົນທີ່ມີປະໂຫຍດໃຫ້ແກ່ປະຊາຊົນ 2 ປະເທດ ກໍ່ຄືທົ່ວໂລກ.

        ສ່ວນທ່ານປະທານປະເທດ ຈີນ ສີຈິ້ນຜິງ ກໍ່ໄດ້ອວຍພອນປີໃໝ່ເຖິງທ່ານປະທານາທິບໍດີ Donald Trump ແລະ ປະຊາຊົນ ອາເມລິກາ, ທ່ານຢືນຢັນວ່າ 2 ຝ່າຍລ້ວນແຕ່ປາດຖະໜາຢາກຊຸກຍູ້ການພົວພັນ 2 ຝ່າຍໃຫ້ພັດທະນາເປັນປົກກະຕິ.

ຕອບກັບ