ການ​ເຈ​ລະ​ຈາ​ນະ​ໂຍ​ບາຍ​ດ້ານ​ປ້ອງ​ກັນ​​ຊາດ ຫວຽດ​ນາມ - ກູ​ບາຄັ້ງ​ທີ 3

Chia sẻ
(VOVWORLD) - ທີ່ການເຈລະຈາສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການໂລກ, ພາກພື້ນ ແລະ ສະພາບການຂອງແຕ່ລະປະເທດເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ຕີລາຄາການຜັນຂະຫຍາຍເນື້ອໃນການຮ່ວມມືດ້ານປ້ອງກັນຊາດ ເຊິ່ງສອງຝ່າຍໄດ້ເຫັນດີເປັນເອກະພາບທີ່ກອງປະຊຸມນະໂຍບາຍດ້ານປ້ອງກັນຊາດຄັ້ງທີ 2.
ການ​ເຈ​ລະ​ຈາ​ນະ​ໂຍ​ບາຍ​ດ້ານ​ປ້ອງ​ກັນ​​ຊາດ ຫວຽດ​ນາມ - ກູ​ບາຄັ້ງ​ທີ 3 - ảnh 1ການເຈລະຈານະໂຍບາຍດ້ານປ້ອງກັນຊາດ ຫວຽດນາມ - ກູບາຄັ້ງທີ 3 (ພາບ: TTXVN) 

ຕອນເຊົ້າວັນທີ 17 ກັນຍາ, ຢູ່ຮ່າໂນ້ຍ ໄດ້ດຳເນີນການເຈລະຈານະໂຍບາຍດ້ານປ້ອງກັນຊາດ ຫວຽດນາມ - ກູບາ ຄັ້ງທິີ 3 ລະຫວ່າງຄະນະຜູ້ແທນການທະຫານຂັ້ນສູງ ຫວຽດນາມ ໂດຍທ່ານພົນໂທ ຫງວຽນຈິວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ເປັນຫົວໜ້າຄະນະ ແລະ ຄະນະຜູ້ແທນການທະຫານຂັ້ນສູງກູບາໂດຍທ່ານ ພົນໂທ Alvaro lopez Miera ເສນາທິການໃຫຍ່, ຮອງລັດຖະມົນຕີ ຜູ້ທີໜຶ່ງກະຊວງກຳລັງປະກອບອາວຸດປະຕິວັດກູບາເປັນຫົວໜ້າຄະນະ. ທີ່ການເຈລະຈາສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການໂລກ, ພາກພື້ນ ແລະ ສະພາບການຂອງແຕ່ລະປະເທດເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ຕີລາຄາການຜັນຂະຫຍາຍເນື້ອໃນການຮ່ວມມືດ້ານປ້ອງກັນຊາດ ເຊິ່ງສອງຝ່າຍໄດ້ເຫັນດີເປັນເອກະພາບທີ່ກອງປະຊຸມນະໂຍບາຍດ້ານປ້ອງກັນຊາດຄັ້ງທີ 2, ວາງອອກທິດທາງຊຸກຍູ້ໃນໄລຍະຈະມາເຖິງ, ວຽກງານຜັນຂະຫຍາຍການປະຕິບັດຊຸດສຳເນົາເອກະສານກ່ຽວກັບ 60 ປີ ປະຫວັດສາດແຫ່ງການພົວພັນດ້ານປ້ອງກັນຊາດລະຫວ່າງສອງປະເທດ ( 1960 - 2020). ສອງຝ່າຍໄດ້ເຫັນດີເປັນເອກະພາບວ່າ ໃນໄລຍະຈະມາເຖິງຈະສືບຕໍ່ຍູ້ແຮງການເຄື່ອນໄຫວແລກປ່ຽນຄະນະ, ຝ່າຍຫວຽດນາມມີຄວາມປາດຖະໜາວ່າ ໃນປີ 2020 ລັດຖະມົນຕີກະຊວງກຳລັງປະກອບອາວຸດປະຕິວັດ ກູບາຈະມາ ຫວຽດນາມເພື່ອລົງນາມໃນແຜນການຮ່ວມມືໄລຍະ 2020 – 2022, ສົມທົບກັນຈັດຕັ້ງການພົບປະສ້າງສັນຜ່ານເຄືອຂ່າຍອິນເຕີແນດ, ເຂົ້າຮ່ວມລາຍການພົບປະ ຕົວພະຍານປະຫວັດສາດບາງທ່ານທີ່ມີການປະກອບສ່ວນໃຫ້ແກ່ການພົວພັນດ້ານປ້ອງກັນຊາດຂອງສອງປະເທດໃນຕະຫຼອດ 60 ປີທີ່ຜ່ານມາ.

ຕອບກັບ