ການເຈລະຈານິວເຄຼຍລະຫວ່າງ ອີຣານ ແລະ ກຸ່ມ P5+1 ບໍ່ບັນລຸໝາກຜົນ

Chia sẻ

ການ​ເຈລະຈາ​ນິວ​ເຄຼຍລະຫວ່າງ ອີຣານ ​ແລະ ກຸ່ມ P5+1 ບໍ່​ບັນລຸ​ໝາກຜົນ

ການເຈລະຈານິວເຄຼຍລະຫວ່າງ ອີຣານ ແລະ ກຸ່ມ P5+1 ບໍ່ບັນລຸໝາກຜົນ - ảnh 1
ຮາກຖານນິວເຄຼຍແຫ່ງໜຶ່ງຂອງ ອີຣານ
(ພາບປະກອບ)

(vovworld) - ຮອບ​ເຈລະຈາ​ໃໝ່​ທີ່​ແກ່​ຍາວ​ເປັນ​ເວລາ 2 ວັນ​ລະຫວ່າງ ອີຣານ ​ແລະ ກຸ່ມ P5+1 (​ເຊິ່ງລວມມີ 5 ປະ​ເທດ​ກຳມະການ​ປະຈຳ​ສະພາ​ຄວາມ​ໝັ້ນ​ຄົງ​ສະຫະ​ປະຊາ​ຊາດ ​ແມ່ນ ລັດ​ເຊຍ, ຈີນ, ອາ​ເມ​ລິ​ກາ, ຝຣັ່ງ, ອັງກິດ ​ແລະ ​ເຢຍລະ​ມັນ) ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍຂອງ ອີຣານ ​ໄດ້​ສິ້ນ​ສຸດ​ລົງໃນ​ວັນ​ທີ 6/4 ​ແຕ່ບໍ່​ບັນລຸ​​ໄດ້​ຂໍ້​ຕົກລົງ​ໃດໆ. 2 ຝ່າຍ​ພຽ​​ງ​ແຕ່​ເຫັນ​ດີ​ເປັນ​ເອກະ​ພາບ​ຈະ​ສືບ​ຕໍ່​ເຈລະຈາ ​ເພື່ອ​ແນ​ໃສ່​ຊອກ​ຫາ​ມາດ​ຕະການ​​ແກ້​ໄຂໃຫ້​ແກ່​ໂຄງການ​ນິ​ວ​ເຄຼຍທີ່​ກໍ່​ຄວາມ​ໂຕ້​ຖຽງ​ກັນ​ຂອງ ​ເຕ​ເຮຣານ ​ເທົ່າ​ນັ້ນ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ບັນດາ​ຝ່າ​ຍຍັງ​ບໍ່​ທັນ​ຕັດສິນ​ເວລາ​ດຳ​ເນີນການ​ເຈລະຈາ​ຄັ້ງ​ຕໍ່​ໄປ. ຕາມ​ບັນດາ​ນັກ​ໄຈ້​ແຍກ​ສາກົນ​ແລ້ວ, ຍ້ອນ​ຮອບ​ເຈລະຈາ​ນີ້​ບໍ່​ບັນລຸ​​ໄດ້​ໝາກຜົນ, ລັດຖະບານ​ບັນດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ ອາດຈະ​ຈັດ​ວາງ​ບັນດາ​ມາດ​ຕະການ​ລົງ​ໂທດ​ດ້ານ​ເສດຖະກິດ​ໃໝ່​ຕໍ່ ອີຣານ, ດ້ວຍ​ຈຸດປະສົງ ​ແມ່ນ​ເພີ່ມ​ຄວາມ​ດັ່ນຕໍ່​ ເຕ​ເຮຣານ ​ແລະ ​​ໄກ່​ເກ່ຍອິ​ດສະຣາ​ແອນ ບໍ່​ດຳ​ເນີນ​ການ​​ເຄື່ອນ​ໄຫວ​ດ້ານ​ການ​ທະຫານ​ເລັ່ງ​ໃສ່​ປະ​ເທດ​ນີ້.