ການເຈລະຈາຄັ້ງທີ 6 ລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກປະຊາທິປະໄຕສັງຄົມເຢຍລະມັນ

Chia sẻ
(VOVWORLD) - ວັນທີ 3 ກໍລະກົດ, ຢູ່ແບກແລງ, ການເຈລະຈາຄັ້ງທີ 6 ລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກປະຊາທິປະໄຕ ສັງຄົມ ເຢຍລະມັນ ໄດ້ຈັດຂຶ້ນດ້ວຍຫົວຂໍ້ວ່າ “ກາລະໂອກາດ ແລະ ສິ່ງທ້າທາຍ ໃນໂລກພວມປ່ຽນແປງ - ການຮ່ວມມື ຫວຽດນາມ - ເຢຍລະມັນ - ອີຢູ”. 
 

ການເຈລະຈາຄັ້ງທີ 6 ລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກປະຊາທິປະໄຕສັງຄົມເຢຍລະມັນ - ảnh 1 ທ່ານນາງ Egelgard Bulmahn ແລະ ທ່ານ ຮ່ວາງບີ່ງກວນ

(ພາບ: ສຳນັກຂ່າວສານ ຫວຽດນາມ)

ທ່ານ ຮ່ວາງບີ່ງກວນ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ແລະ ທ່ານນາງ Egelgard Bulmahn, ຮອງປະທານສະພາແຫ່ງຊາດ ເຢຍລະມັນ, ຫົວໜ້າຄະນະຜູ້ແທນ ເຢຍລະມັນ ເປັນປະທານຮ່ວມການເຈລະຈາ.

        ນີ້ແມ່ນການເຄື່ອນໄຫວນອນໃນໂຄງການຮ່ວມມືປະຈຳປີລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກປະຊາທິປະໄຕ ສັງຄົມເຢຍລະມັນ, ປະກອບສ່ວນແທດຈິງ ເຂົ້າໃນການປະຕິບັດຖະແຫຼງການຮ່ວມ ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ເຢຍລະມັນ.

ຕອບກັບ