ການເຈລະຈາຂັ້ນສູງ ອາເມລິກາ - ຈີນ

Chia sẻ

ການ​ເຈລະຈາ​ຂັ້ນ​ສູງ ອາ​ເມ​ລິ​ກາ - ຈີນ

ການເຈລະຈາຂັ້ນສູງ ອາເມລິກາ - ຈີນ - ảnh 1
ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ​ແລະ ທ່ານ​ປະທານ​ປະ​ເທດ ຈີນ ສື​ຈິ້ນຜິ​ງ
(ພາບ: AFP)

(vovworld) - ຕອນ​ເຊົ້າ​ວັນ​ທີ 8/6, ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ​ໄດ້​ມີ​ການ​ເຈລະຈາ​ກັບ​ປະທານ​ປະ​ເທດ ຈີນ ສື​ຈິ້ນຜິ​ງ ຢູ່​ເຂດ​ພັກ​ຜ່ອນ Sunny lands, ​ໃກ້​ກັບ​ນະຄອນ Los Angeles, ລັດ California ທາງ​ທິດຕາ​ເວັນ​ຕົກ ອາ​ເມ​ລິ​ກາ. ນີ້​ແມ່ນ​ການ​ພົບ​ປະ​ເປັນ​ຄັ້ງ​ທຳ​ອິດ​ລະຫວ່າງ​ 2 ການ​ນຳນັບ​ແຕ່​ເມື່ອ​ທ່ານ ສຶຈິ້ນ​ຜິ​ງ ​ໄດ້ຂຶ້ນ​ກຳ​ອຳ​ນາດ​ເປັນ​ການ​ນຳ​ສູງ​ສຸດ​ຂອງ ຈີນ ​ແລະ ທ່ານ​ປະທານາທິບໍດີ Obama ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ອາຍຸ​ການ​ທີ 2 ຄືນ​ໃໝ່. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ​ກ່ອນ​ທີ່​ດຳ​ເນີນ​ການ​​ເຈລະຈາ, ທ່ານ ປະທານາທິບໍດີ Obama ​ໃຫ້​ຮູ້​ວ່າ: ການ​ຕັດສິນ​ພົບ​ປະພາ​ຍຫຼັງ​ທ່ານ​ປະທານ​ປະ​ເທດ ຈີນ ສຶຈິ້ນ​ຜິ​ງ ຂຶ້ນ​ກຳ​ອຳນາດ ສະ​ແດງ​ໃຫ້​ເຫັນ​ຄວາມ​ສຳຄັນ​ຂອງ​ການ​ພົວພັນ ອາ​ເມ​ລິ​ກາ - ຈີນ. ທ່ານປະທານາທິບໍດີ Obama ຊົມ​ເຊີຍ​ການ​ຟື້ນ​ຕົວ​ຂຶ້ນ​ຂອງ​ປະ​ເທດ ຈີນ ສັນຕິພາບ ​ແລະ ​​ເດີນ​ຕາມລະບຽບ​ການ​ເສດຖະກິດ​ເຊິ່ງຢູ່​ນັ້ນ​ທຸກໆ​ປະ​ເທດ​ລ້ວນ​ແຕ່ “ປະຕິບັດ​ຕາມ​ກົດລະບຽບ​ດຽວ”. ທ່ານປະທານາທິບໍດີ Obama ຮັບ​ຮູ້​ວ່າ “2 ປະ​ເທດ​ມີ​ບັນດາ​ຂົງ​ເຂດ​ທີ່​ເຄັ່ງ​ຕຶງ​ຢ່າງ​ຈະ​ແຈ້ງ”, ​ແຕ່​ຮ່ວມມື​ນຳ​ກັນ​ແມ່ນ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ທັງ 2 ປະ​ເທດ. ສ່ວນ​ທ່ານ​ປະທານ​ປະ​ເທດ ຈີນ ສຶຈິ້ນ​ຜິ​ງ ​ໃຫ້​ຮູ້​ວ່າ: 2 ປະ​ເທດ​ພ້ອມ​ກັນ​ມີ​ຄວາມ​ສົນ​ໃຈ​ຕົ້ນ​ຕໍ່, ​ແຕ່​ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ຂອງ​ແຕ່ລະ​ປະ​ເທດ, ຟື້ນ​ຟູ​ການ​ເຕີບ​ໂຕ​ເສດຖະກິດ​ໂລກ ຕະຫຼອດ​ຮອດ​ການ​ແກ້​ໄຂ​ບັນດາ​ບັນຫາ​ຮ້ອນ​ເຮັ່ງ​ຂອງ​ພາກ​ພື້ນ ​ແລະ ສາກົນ, ຮັບ​ມື້​ກັບ​ບັນດາ​ການ​ທ້າ​ທາຍ​ທົ່ວ​ໂລກ.