ການເຄື່ອນໄຫວສະເຫຼີມສະຫຼອງ85ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມຢູ່ພາຍໃນແລະຕ່າງປະເທດ

Chia sẻ
ວັນ​ທີ 3/2, ຫຼາຍ​ທ້ອງ​ຖິ່ນ​ຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອ​ງ​ທາງ​ພາກ​ໃຕ້ ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມ​ສະຫຼອງ 85 ປີ​ແຫ່ງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ (3/2/1930 – 3/2/2015).
ການເຄື່ອນໄຫວສະເຫຼີມສະຫຼອງ85ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມຢູ່ພາຍໃນແລະຕ່າງປະເທດ - ảnh 1
ພາບ​ປະ​ກອບ

(vovworld) - ວັນ​ທີ 3/2, ຫຼາຍ​ທ້ອງ​ຖິ່ນ​ຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອ​ງ​ທາງ​ພາກ​ໃຕ້ ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມ​ສະຫຼອງ 85 ປີ​ແຫ່ງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ (3/2/1930 – 3/2/2015). ຄະ​ນະ​ຜູ້​ແທນ​ຂອງ​ແຂວງ ຮ່າ​ນາມ ໄດ້​ໄປຖະ​ຫວາຍ​ທູບ​ທຽນ, ວາງ​ພວງ​ມາ​ລາ​ອາ​ໄລ​ຫາ​ບັນ​ດາ​ນັກ​ວິ​ລະ​ຊົນ​ທີ່​ເສຍ​ສະ​ຫຼະ​ຊີ​ວິດ​ເພ​ື່​ອ​ຊາດ ຢູ່​ອະ​ນຸ​ສາ​ວາ​ລ​ີ​ບັນ​ດາ​ນັກ​ວິ​ລະ​ຊົນ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ວິ​ຫານບູ​ຊາ​ນັກ​ຮ​ົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຂອງ​ແຂ​ວງ. ສະ​ຫະ​ພັນ​ແຮງ​ງານ​ແຂວງ ຮ່າ​ນາມ ໄດ້​ຈັດ​ຕັ້ງ​​ການ​ ໂອ້​ລົມ​​ກ່ຽວກ​ັບຫົວ​ເລື່ອງ “ໂຮ່​ຈີ​ມິນ - ຜູ້ກໍ່​ຕັ້ງ​ພັກ​ກອ​ມ​ມູ​ນິດ ຫວຽດ​ນາມ”. ແຂວງ ຫວີງ​ຟຸກ ໄດ້​ຈັດ​ຕັ້ງ​ງານ​ວາງ​ສະ​ແດງ ແລະ ມອບ​​ລາງວັນ​ການ​​ປະ​ກວດ​ພາບ​ລະ​ດົມ​ໃຈ ແລະ ລົດ​ໂຄ​ສະ​ນາ​ເຄື່ອນ​ທີ່. ງານ​ວາງ​ສະ​ແດງ​ໄດ້​ແນະ​ນຳ​ພາບ​ລະ​ດົມ​ໃຈ 85 ແຜ່ນ​ທີ່​ໄດ້​ຮັບ​ການ​ເລືອກ​ເຟັ້ນ​ຈາກພາບ​ແຕ້ມ 821 ແຜ່ນ​ຂ​ອງ​ນັກຈິດ​ຕະ​ກ​ອນ​ໃນ​ທົ່ວ​ປະ​ເທດ​ເຂົ້າ​ຮ່ວມ​ການ​ປະ​ກວດແຕ້​ມ​ພາບ​ລະ​ດົມ​ໂຄ​ສະ​ນາ​ສະ​ເຫຼີມ​ສະຫຼອງ 85 ປີ​ແຫ່ງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ. ແຂວງ ຟູ໋​ທໍ​້ ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ສັງ​ສັນ​ສະ​ເຫຼີມ​ສະຫຼອງ 85 ປີ​ແຫ່ງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ຜັນ​ຂະ​ຫຍາຍ​ຫົວ​ເລື່ອງ​ປີ 2015 ກ່ຽວ​ກັບ “ການ​ຮ່ຳ​ຮຽນ ແລະ ປະ​ຕິ​ບັດ​ຕາມ​ແບບ​ຢ່າງ​ຄຸນ​ສົມ​ບັດ​ປະ​ທານ ໂຮ່​ຈີ​ມິນ” ແລະ ລາຍ​ງານ​ໝາກ​ຜົນ​ກອງ​ປະ​ຊຸມ​ຄັ້ງ​ທີ 10, ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ (ຊຸດ​ທີ 11). ການ​ນຳ​ແຂວງ ກວາງ​ນາມ ໄດ້​ຈັດ​ຕັ້ງ​ພິ​ທີ​ຖະ​ຫວາຍ​ທູບ​ທຽນ​ຢູ່​ເຂດສຸ​ສານ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ນະ​ຄອນ ຕາມ​ກີ່ ເພື່ອ​ອາ​ໄລ​ຫາ​​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຂອງ​ບັນ​ດາ​ນັກ​ວິ​ລະ​ຊົນ, ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ…

        ພ້ອມ​ກັບ​ການ​ເຄື່ອນ​ໄຫວ​​ຢູ່ພາຍ​ໃນ​ປະ​ເທດ, ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ອັງ​ກິດ, ສິງ​ກາ​ໂປ, ຢູ​ແກຼນ… ກໍ່​ໄດ້​ຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມ​ສະຫຼອງ 85 ປີ​ແຫ່ງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ເຊັ່ນ​ດຽວ​ກັນ.