ການເຄື່ອນໄຫວວັດທະນະທຳ ສະຫຼີມສະຫຼອງ 65 ປີແຫ່ງວັນປະທານ ໂຮ່ຈີມິນ ມາ ທ໋າຍງວຽນ

Chia sẻ

ການ​ເຄື່ອນ​ໄຫວ​ວັດທະນະທຳ​ ສະ​ຫຼີມສະຫຼອງ 65 ປີ​ແຫ່ງ​ວັນ​ປະທານ ​​ໂຮ່ຈີ​ມິນ ມາ ທ໋າຍ​ງວຽນ

ການເຄື່ອນໄຫວວັດທະນະທຳ ສະຫຼີມສະຫຼອງ 65 ປີແຫ່ງວັນປະທານ ໂຮ່ຈີມິນ ມາ ທ໋າຍງວຽນ - ảnh 1
ATK ທາຍງວຽນ
(ພາບ: ອີນເຕີເນັດ)

(vovworld) - ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 65 ປີ​ແຫ່ງ​ວັນ​ປະທານ​ໂຮ່ຈີ​ມິນ ລົງ​ເຄື່ອນ​ໄຫວ​ຢູ່​ເຂດ​ປອດ​ໄພ (ຫຼື ATK) ​ແຂວງ ທ໋າຍ​ງວຽນ ​ເພື່ອນຳພາ​ການ​ຕໍ່ຕ້ານ​ຕ້ານ​ລ່າ​ເມືອງ​ຂຶ້ນ ຝຣັ່ງ (20/5/1947 – 20/5/2012), ​ແຂວງ​ທ໋າຍ​ງວຽນ ຈະ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ວັດທະນະທຳ​, ສິລະ​ປະ​ຫຼາຍ​ຢ່າງ ​ເພື່ອ​ຂ່ຳນັບ​ຮັບ​ຕ້ອນ​ເຫດ​ການ​ປະຫວັດສາດ​ນີ້. ຕາມ​ນັ້ນ​ແລ້ວ, ​ແຕ່​ວັນ​ທີ 10 - 20/5, ຈະ​ດຳ​ເນີນ​ວັນ​ບຸນ​ວັ​ດທະນະ​ທຳ, ກິລາ ບັນດາ​ເຜົ່າ​ແຂວງ​ທ໋າຍ​ງວຽນ, ຈັດ​ງານ​ວາງສະ​ແດງ​ຮູບ​ພາບ “ປະທານ​ໂຮ່ຈີ​ມິນ ກັບ ATK ທ໋າຍ​ງວຽນ”, ກາ​ນສຳ​ມະນາ​ວິທະຍາສາດ “ລຸງ​ໂຮ່ ກັບ​ແຂວງ​ທ໋າຍ​ງວຽນ”, ການວາງສະ​ແດງ​ປື້​ມກ່ຽວ​ກັບ​ຫົວ​ຂໍ້​ປະທານ​ໂຮ່ຈີ​ມິນ .​.​.​ ຈຸດພົ້ນ​ເດັ່ນ​ຂອງ​ພິທີ​ສະ​ເຫຼີ​ມສະຫຼອງ 65 ປີ​ແຫ່ງ​ວັນ​ລຸງ​ໂຮ່ ລົງ​ເຄື່ອນ​ໄຫວ​ຢູ່​ເຂດ ATK ທາຍ​ງວຽນ ​ເພື່ອນຳພາ​ການ​ຕໍ່ຕ້ານ ​ແລະ ຈັດ​ຕັ້ງພິທີ​ຮັບ​ເອົາ​ໃບ​ຈັດ​ອັນ​ດັບ​ປູຊະນີຍະສະຖານ​ລະດັບຊາດ​ສຳລັບ​ເຂດ​ປູຊະນີຍະສະຖານ​ປະຫວັດສາດ ATK ດິ້ງ​ຮ໋ວາ.