ການເຄື່ອນໄຫວພົບປະກັບຜູ້ມີສິດເລືອກຕັ້ງຄວນແທດຈິງ ແລະ ມີປະສິດທິຜົນ

Chia sẻ
(VOVWORLD) - ຄິດໄລ່ຮອດຈຸດເວລານີ້, ບັນດາຄະນະສະມາຊິກສະພາແຫ່ງຊາດໄດ້ປະຕິບັດສຳເລັດການພົບປະກັບຜູ້ມີສິດເລືອກຕັ້ງກ່ອນທີ່ຈະຈັດກອງປະຊຸມເພື່ອຮັບຟັງ, ຮັບເອົາຄຳເຫັນຂອງປະຊາຊົນ.

ຕາມແຜນການແລ້ວ, ກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດ ຊຸດທີ 14 ຈະໄຂຂຶ້ນໃນວັນທີ 21 ພຶດສະພາ ຈະມາເຖິງ, ຢູ່ຮ່າໂນ້ຍ. ຄິດໄລ່ຮອດຈຸດເວລານີ້, ບັນດາຄະນະສະມາຊິກສະພາແຫ່ງຊາດໄດ້ປະຕິບັດສຳເລັດການພົບປະກັບຜູ້ມີສິດເລືອກຕັ້ງກ່ອນທີ່ຈະຈັດກອງປະຊຸມເພື່ອຮັບຟັງ, ຮັບເອົາຄຳເຫັນຂອງປະຊາຊົນ.

        ພ້ອມກັບບັນດາຂໍ້ສະເໜີ, ຂໍ້ສະເໜີແນະ, ຜູ້ມີສິດເລືອກຕັ້ງໃນທົ່ວປະເທດປາດຖະໜາຢາກໃຫ້ ບັນດາສະມາຊິກສະພາແຫ່ງຊາດ ບໍ່ພຽງແຕ່ຮັບຟັງ, ຮັບເອົາຄຳເຫັນເທົ່ານັ້ນ ຫາກຍັງຮູ້ຈັກເດີນຕາມເລື່ອງຕະຫຼອດຮອດການແກ້ໄຂຂໍ້ສະເໜີແນະຢ່າງເປັນທຳຂອງຜູ້ມີສິດເລືອກຕັ້ງ. ທ່ານ ຫງວຽນວັນຟາ, ຮອງຫົວໜ້າກຳມາທິການຍຸຕິທຳຂອງສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດແຂວງ ນາມດິ້ງ, ຖືວ່າ:

        “ບັນດາຂໍ້ກຳນົດທີ່ພວມປະກາດໃຊ້ຂອງກົດໝາຍວ່າດ້ວຍການຕິດຕາມກວດກາຂອງປະຊາຊົນສຳລັບສະມາຊິກສະພາແຫ່ງຊາດ, ກໍ່ຄືກົນໄກກົດໝາຍເພື່ອໃຫ້ສະມາຊິກສະພາແຫ່ງຊາດປະຕິບັດໜ້າທີ່ ສິດອຳນາດຂອງຕົນເປັນຢ່າງດີ, ທັງປົກປ້ອງປະຊາຊົນແມ່ນຄົບຖ້ວນພໍສົມຄວນ. ສິ່ງທີ່ພວກເຮົາຕ້ອງປະຕິບັດແມ່ນປະຕິບັດບັນດາຂໍ້ກຳນົດນັ້ນ. ສຸມໃສ່ເຂົ້າໃນບັນດາມາດຕະການເພື່ອໃຫ້ການເຄື່ອນໄຫວຂອງສະມາຊິກສະພາແຫ່ງຊາດ, ແຕ່ລະອົງການຂອງສະພາແຫ່ງຊາດໄດ້ຢ່າງແທດຈິງ, ມີປະສິດທິຜົນ ເພື່ອເປັນຕົວແທນໃຫ້ເຈດຈຳນົງ, ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ.”

ຕອບກັບ