ການເຄື່ອນໄຫວຕ່າງໆໃນ ກອງປະຊຸມ AMM 56

Chia sẻ
(VOVWORLD) - ຕອນບ່າຍວັນດຽວກັນ, ໄດ້ຈັດກອງປະຊຸມຄົບຄະນະລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 56 ດ້ວຍຈຸດສຸມແມ່ນປຶກສາຫາລືກ່ຽວກັບວິວັດທະນາການສ້າງປະຊາຄົມ ອາຊຽນ
ການເຄື່ອນໄຫວຕ່າງໆໃນ ກອງປະຊຸມ AMM 56 - ảnh 1ບັນດາເຈົ້າໜ້າທີ່ເຂົ້າຮ່ວມກອງປະຊຸມ AMM56
(ພາບ:VOV)

 

ຮັກສາສັນຕິພາບ ແລະ ສະຖຽນລະພາບ ໃນພາກພື້ນ ແມ່ນພື້ນຖານເພື່ອຫັນສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ກາຍເປັນຈຸດສຸມຂອງການເຕີບໂຕ. ອາຊຽນ ຄວນຮັກສາໃຫ້ ອາຊີຕາເວັນອອກສ່ຽງໃຕ້ ແມ່ນພາກພື້ນປອດອາວຸດນິວເຄຼຍ. ນີ້ແມ່ນຄຳຢັ້ງຢືນຂອງທ່ານລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ Retno Masurdi ທີ່ວາລະໄຂກອງປະຊຸມມຄະນະກຳມະການສົນທິສັນຍາ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ປອດອາວຸດນິວເຄຼຍ (SEANWFZ), ຊຶ່ງຈັດຂຶ້ນໃນຕອນເຊົ້າວັນທີ 11 ກໍລະກົດ, ຢູ່ນະຄອນຫຼວງ ຈາກາຕາ, ປະເທດ ອິນໂດເນເຊຍ.

        ກອງປະຊຸມ SEANWFZ ແລະ ວາລະປຶກສາຫາລືກັບບັນດາຜູ້ຕາງໜ້າຄະນະກຳມະການລະຫວ່າງລັດຖະບານ ອາຊຽນ ກ່ຽວກັບສິດທິມະນຸດ (AICHR) ແມ່ນການເຄື່ອນໄຫວທຳອິດຂອງບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ໃນຂອບເຂດກອງປະຊຸມ AMM 56 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ. ກ່າວຄຳເຫັນໄຂກອງປະຊຸມ SEANWFZ, ທ່ານລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ Retno Masurdi ເນັ້ນໜັກວ່າ: ການຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນແມ່ນບຸລິມະສິດແຖວໜ້າ, ນັ້ນແມ່ນພື້ນຖານເພື່ອຫັນພາກພື້ນກາຍເປັນຈຸດສຸມຂອງການເຕີບໂຕ. ອາຊຽນ ຄວນຮັກສາໃຫ້ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ກາຍເປັນພາກພື້ນປອດອາວຸດນິວເຄຼຍ.

          ຕອນບ່າຍວັນດຽວກັນ, ໄດ້ຈັດກອງປະຊຸມຄົບຄະນະລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 56 ດ້ວຍຈຸດສຸມແມ່ນປຶກສາຫາລືກ່ຽວກັບວິວັດທະນາການສ້າງປະຊາຄົມ ອາຊຽນ, ຜັນຂະຫຍາຍວິໄສທັດ ອາຊຽນ ກ່ຽວກັບ ມະຫາສະໝຸດ ອິນເດຍ - ປາຊີຟິກ, ການພົວພັນຕ່າງປະເທດ ແລະ ໂຄງປະກອບພາກພື້ນ. ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ເຂົ້າຮ່ວມກອງປະຊຸມ.

        ນະທີ່ນີ້, ບັນດາລັດຖະມົນຕີ ເຫັນດີເປັນເອກະພາບປັບປຸງຄວາມສາມາດສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ປັບຕົວຢ່າງມີໄຫວພິບຂອງ ອາຊຽນ ຕໍ່ໜ້າທຸກກາລະໂອກາດ ແລະ ສິ່ງທ້າທາຍທີ່ວາງອອກໃຫ້ພາກພື້ນ. ກອງປະຊຸມເຫັນດີເປັນເອກະພາບຊຸກຍູ້ການຜັນຂະຫຍາຍວິໄສທັດ ອາຊຽນ ກ່ຽວກັບມະຫາສະໝຸດ ອິນເດຍ - ປາຊີຟິກ ຢ່າງມີປະສິດທິຜົນ, ສົ່ງເສີມບັນດາຄູ່ຮ່ວມມືລະອຽດ, ແທດຈິງກັບ ອາຊຽນ ໃນບັນດາຂົງເຂດບຸລິມະສິດ ກ່ຽວກັບການເຊື່ອມຕໍ່, ການຮ່ວມມືໃນການເດີນທະເລ, ພັດທະນາແບບຍືນຍົງ ແລະ ເສດຖະກິດ, ໜູນຊ່ວຍ ອາຊຽນ ສ້າງປະຊາຄົມ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນຂອງພາກພື້ນ.

ຕອບກັບ