ການເຄື່ອນໄຫວຕ່າງໆຂອງທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຢູ່ສິງກະໂປ

Chia sẻ
​(vovworld) – ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ມີ​ການ​ພົບ​ປະ​ແລກ​ປ່ຽນ, ​ໂອ້​ລົມ​ສົນທະນາ​ກັບ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ​ຂອງ​ສິງກະ​ໂປ ລວມມີ: ກະຊວງ​ພາຍ​ໃນ, ກະຊວງ​ຍຸຕິ​ທຳ
ການເຄື່ອນໄຫວຕ່າງໆຂອງທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຢູ່ສິງກະໂປ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ
ເຮັດວຽກຢູ່ສິງກະໂປ
(ພາບ: VGP)


​(vovworld) – ວັນ​ທີ 11/05, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ມີ​ການ​ພົບ​ປະ​ແລກ​ປ່ຽນ, ​ໂອ້​ລົມ​ສົນທະນາ​ກັບ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ​ຂອງ​ສິງກະ​ໂປ ລວມມີ: ກະຊວງ​ພາຍ​ໃນ, ກະຊວງ​ຍຸຕິ​ທຳ, ກົມ​ສືບສວນ​ກ່ຽວ​ກັບ​ການສໍ້​ລາດ​ບັງ​ຫຼວງ ​ແລະ ຄະນະ​ກຳມະການ​ບໍລິຫານ​ພາກ​ລັດ​ສິງກະ​​ໂປ. 2 ຝ່າຍ​ໄດ້​ເຫັນ​ດີ​ນຳ​ກັນ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ ຈະ​ສືບ​ຕໍ່​ຍູ້​ແຮງ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ດ້ານ​ກົດໝາຍ; ຍຸ​ຕິ​ທຳ ​ແລະ ປະຕິ​ຮູບ​ລະບຽບ​ການ​ບໍລິຫານ; ປະຕິ​ຮູບ​ພື້ນຖານລັດຖະການ. ​ແລະ​ກໍ່​​ໃນ​ວັນ​ດຽວ​ກັນ, ທ່ານ​ຮອງ​ນາຍົກລັດຖະມົນຕີ​ໄດ້​ໄປ​ໄຫວ້ອາ​ໄລ ​ແລະ ຂຽນ​ໃນ​ປື້​ມສະ​ມຸດ​ໄຫວ້ອາ​ໄລຢູ່​ເຂດ​ວາງສະ​ແດງ​ກ່ຽວ​ກັບ​ຊີວິດ ​ແລະ ພາລະກິດ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫລີກວາງ​ຢູ. ຕອນ​ຄໍ່າ​ວັນ​ທີ 11/05, ທ່ານ​ຮອງ​ນາຍົກລັດຖະມົນຕີ ​ໄດ້​ມີ​ການ​ພົບ​ປະ ກັບ​ທ່ານ ຈຽວ​ຈູງ​ສຽນ, ຮອງ​ນາຍົກລັດຖະມົນຕີ, ທັງ​ເປັນ​ລັດຖະມົນຕີ​ຜູ້​ປະສານ​ງານ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ ​ແລະ ລັດຖະມົນຕີ​ກະຊວງ​ພາຍ​ໃນ​ສິງກະ​ໂປ.