ການເຄື່ອນໄຫວຕ່າງໆຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຢູ່ ເບລາຣຸດ

Chia sẻ
​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ສ.​ເບ​ລາຣຸດ, ຕອນ​ບ່າຍວັນ​ທີ 17/5, ຢູ່​ນະຄອນຫຼວງ Minsk, ທ່ານ​ນາຍົກ​ລັດ​ຖະມົນຕີ​ຫວຽດນາມ ​ຫງວຽນ​ເຕີນ​ຢູງ ໄດ້ພົບ​ປະ​ເຈລະຈາ​ກັບ​ປະທານາທິບໍດີ ​ເບລາຣຸດ Alexander Lukashenko.

 (vovworld) – ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ສ.​ເບ​ລາຣຸດ, ຕອນ​ບ່າຍວັນ​ທີ 17/5, ຢູ່​ນະຄອນຫຼວງ Minsk, ທ່ານ​ນາຍົກ​ລັດ​ຖະມົນຕີ​ຫວຽດນາມ​ ຫງວຽນ​ເຕີນ​ຢູງ ພົບ​ປະ​ເຈລະຈາ​ກັບ​ປະທານາທິບໍດີ ​ເບລາຣຸດ Alexander Lukashenko. ນະ​ທີ່​ນີ້, ສອງ​ຝ່າຍ​ໄດ້​ປຶກສາ​ຫາລື​ບັນດາ​ມາດ​ຕະການ​ເພື່ອ​ແນ​ໃສ່​ເພີ່ມ​ວົງ​ເງິນ​ການ​ຄ້າສອງ​ຝ່າຍ, ​ເພີ່ມ​ທະວີ​ການ​ລົງທຶນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ເຫັນ​ດີ​ເປັນ​ເອກະ​ພາບ​ເພີ່ມ​ທະວີ​ປະສິດທິ​ຜົນ​ການ​ເຄື່​ອນ​ໄຫວຂອງ​ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ ​ແລະ ວິທະຍາສາດ​ເຕັກນິກ, ຕັດສິນ​ໃຈ​ປະຕິບັດ​ແຜນການ​ໄດ້​ວາງ​ອອກ​ໃນ​ໂຄງການ​ຮ່ວມ​ມື​ດ້ານ​ເສດຖະກິດ​ໄລຍະ 2013-2015.ທ່ານປະທານາທິບໍດີ ​ເບລາຣຸດ Alexander Lukashenko ຢຶນຢັນ​ວ່າ: ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຂອງ​ປະ​ເທດ​ນີ້​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລະ ​ໃຫ້​ຮູ້​ວ່າ: ລັດຖະບານ​ເບ​ລາຣຸດ ຕົກລົງຈະ​ໃຫ້ບຸລິມະສິດ​ດ້ານ​ສິນ​ເຊື່ອ ​ແລະ ປະກັນ​ໄພ​ໃນ​ການ​ສົ່ງ​ອອກ​ນຳ​ເຂົ້າ, ​​ໃຫ້​ຄຳໝັ້ນສັນຍາ​ລົບ​ລ້າງ​ບາງ​ຮົ້ວກີດຂວາງ​ດ້ານ​ບໍລິຫານ ​ແລະ ພາສີ ​ເພື່ອ​ໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ສອງ​ຝ່າຍ​ຮ່ວມມື​ລົງທຶນ​ດຳ​ເນີນ​ທຸລະ​ກິດ. ​ໃນ​ຂົງ​ເຂດ​ການ​ສຶກສາ-​ບ່ຳລຸງ​ສ້າງ, ​ເບ​ລາຣຸດ ​ເຫັນ​ດີ​ຈະ​ເພີ່ມ​ທຶນ​ສຶກສາ​ໃຫ້​ນັກ​ສຶກສາ​ຫວຽດນາມ ​ໄປ​ຮ່ຳຮຽນ​ຢູ່​ເບ​ລາຣຸດ.
ໃນໂອກາດນີ້, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູງ  ​ໄດ້​ພົບ​ປະ​ກັບ​ປະທານາທິບໍດີ ​ເບ​ລາຣຸດ A.Lukasenco ​ແລະ ຢ້ຽມຢາມ​ບາງຮາກ​ຖານ​ເສດຖະກິດ, ວັດທະນະທຳ​ຂອງ​ນະ​ຄອນ​ຫຼວງ Minsk. ໃນ​ຕອນ​ເຊົ້າ​ ວັນ​ທີ 17/5  ຕາມ​ເວລາ​ທ້ອງ​ຖິ່ນ​, ທ່ານ​ນາຍົກ​ລັດ​ຖະມົນຕີ ຫວຽນ​ເຕິ​ນຢຸງ  ​​ໄດ້​ເຂົ້າ​ພົບປະ ​ກັບ ບັນດາ ພະນັກງານ, ລັດຖະກອນຂອງ​ສະຖານທູດ, ຜູ້ຕາງຫນ້າ​ສະມາຄົມ​ ມິດຕະພາບ ​​ເບ​ລ​ຣຸດ-ຫວຽດນາມ ​​ແລະ ປະຊາ​ຄົມ​ຊາວຫວຽດນາມ ຢູ່ ​    ເບ​ລ​າຣຸດ. ທ່ານ​ນາຍົກ​ລັດ​ຖະມົນຕີ ຫວຽນ​ເຕິ​ນຢຸງ  ​ຊ​ົມ​ເຊີຍ ຄວາມ​ມານະ​ພະຍາຍາມ​ຂອງ​ພະນັກງານ ພາລະ​ກອນ ສະຖານ​ທູດ​ ຫວຽດນາມ ທີ່​ໄດ້​​ ສູ້​ຊົນ,​ແກ​​້​ໄຂຄວາມຫຍຸ້ງ​ຍາ​ກ, ​ເຮັດສ​ຳ​ເລັດວຽກ​ງານທີ່​ໄດ້​ຮັບ​ມອບໝາຍ,ປ​ະ ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ພັດທະນາ​ ການ​ຮ່ວມ​ມື ຂອງ​ ສອງ ​ປະ​ເທດ, ກໍ່ຄື​ເຮັດ​ວຽກ​ງານໜູນ​ຊ່ວຍ​ປະຊາ​ຄົມຊາວ​ຫວຽດນ​າມ ​ໄດ້​ດີ​ເປັນ​​ເລື້ອຍໆ​ມາ. ຢັ້ງຢືນ​ທຸກໆ​ການ​         ປ​ະກອບ​ສ່ວນ​​ຂອງ​ປະຊາ​ຄົມ​ຊາວຫວຽດນາມ ຢູ່​ເບ​ລາ​ຣຸດເຂົ້າ​ໃນ​​ການ​ພັດທະນາ​ການ​ພົວພັນ​ຂອງ​ 2 ປະ​ເທດ,  ທ່ານ​ນາຍົກ​ລັດຖະມົນ​ຕີ ​​ຖື​ວ່າ: ​ເຖິງ​ວ່າປະຊາ​ຄົມ​ຊາວ​ຫວຽດນາມ​ ຢູ່​ ສ. ເບ​ລ​າຣຸດ ຈະ​ມີ​ຈຳນວນ​ບໍ່​ຫຼວງຫຼາຍ​ປານ​ໃດ, ​ແຕ່ວ່າ​ໃນ​ແຕ່ລະຄົນ​ພັດ​ແມ​່ນຂົວ​ຕໍ່​​ແຫ່ງສາຍ​ພົວພັນ​ມິ​ດຕະພາບ ປະກອບ​​ສ່ວນເຂົ້າ​ໃນ​ການ​ໂຄສະນາ ປະ​ເທດ​ຊາດ, ວັດທະນະທຳ ​ແລະ ຊາວ​ຫວຽດນາມ. ທ່ານ​ນາຍົກ​ລັດ​ຖະມົນຕີ ຫວຽນ​ເຕິ​ນຢຸງ ຫວັງ​ວ່າ​ປະຊາ​ຄົມ​ ຊາວຫວຽດ ຕ້ອງ​​ຮັກສາ​ສີສັນ​ຊາດ​ ​ແລະ ພາສາ​ ຫວຽດ​, ​ເອົາ​ໃຈ​​ໃສ່​​ເຖິງ​ວຽກ​ງານ​​ສຶກສາ​ອົບ​ຮົມ​ ຊາວ​ໜຸ່ມ​ເຍົາວະ​ຊົນ, ​ອວ່າຍ​ເມືອ​ຫາ ບ້ານ​ເກີດ​ເມືອງ​ນອນ.
ກ່ອນ​ໜ້າ​ນັ້ນ, ຕອນ​ຄ່ຳ​ວັນທີ16/5 (ຕາມ​ເວລາ ຫວຽດນາມ​), ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ  ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ ປະທານ​ສະພາ​ຕຳ່ ​​ເບ​ລາຣຸດ V. Andreichenko ​ແລະ ທ່ານຮອງ​ປະທານ​ສະພາ​ສູງ A. Rusesky. ທ່ານປະທານ​ສະພາ​ສູງ ​ແລະ ທ່ານປະທານສະພາ​ຕຳ່ ​ເບ​ລາຣຸດ ຕີ​ລາຄາ​ສູງ​ການ​ຢ້ຽມຢາມ ​ເບ​ລາຣຸດ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ, ​ເຊິ່ງຈະ​ປະກອບສ່ວນ​ຢ່າງ​​ແທ້​ຈິງ​ເຂົ້າ​ໃນ​ການຮັດ​ແໜ້ນ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ​ເບ​ລາຣຸດ ​ໃນ​ຫຼາຍ​ຂົ​ງ​ເຂດ​ທີ່​ຍັງມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ. ສະພາ​ແຫ່ງ​ຊາດ ຫວຽດນາມ ​ແລະ ​ເບ​ລາ​ຣຸດ ມີ​ການ​ພົ​ວພັນ​ຮ່ວມ​ມື​ຢ່າງ​ແໜ້ນ​​ແຟ້ນ, 2 ຝ່າຍ​ໄດ້​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ເປັນ​ປະຈຳ ປະກອບສ່ວນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ 2 ປະ​ເທດ, ​ເຊິ່ງ​ແມ່ນ​ຊ່ອງ​ສຳຄັນ​ໃນ​ການ​ພົວພັນ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ 2 ປະ​ເທດ. ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ພ້ອມ​ກັບຄະນະ​ຜູ້​ແທນ ຫວຽດນາມ ​ໄດ້​ໄປ​ວາງ​ພວງມາລາ​ຢູ່​ສະໜາມ​ຫຼວງ ​ໄຊຊະນະ ທີ່ນະຄອນຫຼວງ Minsk ​ແລະ​ເຂົ້າ​ຮ່ວມ​ງານ​ລ້ຽງ​ຂອງ​ນາຍົກລັດຖະມົນຕີ ​ເບ​ລາຣຸດ.


ການເຄື່ອນໄຫວຕ່າງໆຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຢູ່ ເບລາຣຸດ - ảnh 1
ນາຍົກລັດຖະມົນຕີ ​ຫງວຽນ​ເຕີນ​ຢູງ ​ແລະ ນາຍົກລັດຖະມົນຕີ ​ເບ​ລາຣຸດ M. Myasnikovich
(ພາບ: ສຳນັກຂ່າວສານ ຫວຽດນາມ)

ແລະກໍ່​ເນື່ອງໃນໂອກາດ​ການ​ຢ້ຽມຢາມ​ນີ້, ນາຍົກລັດຖະມົນຕີ ​ຫງວຽນ​ເຕີນ​ຢູງ ​ແລະ ນາຍົກລັດຖະມົນຕີ ​ເບ​ລາຣຸດ M. Myasnikovich ​ໄດ້​ດຳ​ເນີນ​ການ​ເຈລະຈາ​ແລກປ່ຽນ​ບັນດາ​​ທິດທາງ, ມາດ​ຕະການ​ໃຫຍ່​ເພື່ອ​ແນ​ໃສ່​ຮັດ​ແໜ້ນ​ກາ​ນພົວພັນ​ມິດ​ຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ຊຸກຍູ້​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ​ລະຫວ່າງ 2 ປະ​ເທດ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ເນັ້ນໜັກ​ວ່າ: ຍາມ​ໃດ ຫວຽດນາມ ກໍ່​ຖື​ການ​ປັບປຸງ ​ແລະ ພັດທະນາ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ​ເປັນ​ສຳຄັນ, ​ໃນ​ນັ້ນ​ ເບ​ລາຣຸດ ​ແມ່ນໜຶ່ງ​ໃນ​ບັນດາ​ບຸລິມະສິດ. ນາຍົກລັດຖະມົນຕີ 2 ທ່ານ ຢືນຢັນ​ຈະ​ສືບ​ຕໍ່​ຮ່ວມ​ມື​ດ້ານ​ການ​ທະຫານ, ພ້ອມ​ທັງ​ເປີ​ດກ້ວາງ​ການ​ເຄື່ອນ​ໄຫວ​ຕ່າງໆ​ຄື: ວິທະຍາສາດ​ເຕັກ​ໂນ​ໂລ​ຢີ, ການ​ສຶກສາ​ບຳລຸງ​ສ້າງ, ວັດທະນະທຳ, ກິລາ ​ແລະ ການ​ທ່ອງ​ທ່ຽວ. ພາຍຫຼັງ​ການ​ເຈລະຈາ, ​ນາຍົກລັດຖະມົນຕີ 2 ທ່ານ​ໄດ້​ຈັດການປະຊຸມ​ຂ່າວ​ເພຶ່ອ​ແຈ້ງ​ໝາກຜົນ​​ແຫ່ງການ​ຢ້ຽມຢາມ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ເນັ້ນ​ໜັກ​ວ່າ:

“ພວກ​ຂ້າພະ​ເຈົ້າ​ສຸມ​ໃສ່​ປຶກສາ​ຫາລື​ບັນດາ​ມາດ​ຕະການ​ເພື່ອ​ແນ​ໃສ່​​ເພີ່ມ​ທະວີວົງ​ເງິ​ນການ​ຄ້າ 2 ຝ່າຍ, ​ດັດສົມ​ດຸ່ນ​ເການ​ຄ້າ, ​ເພີ່ມ​ທະວີ​ການ​ລົງທຶນ​ລະຫວ່າງ 2 ປະ​ເທດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ກັນ​ເພີ່ມ​ທະວີ​ປະສິດທິ​ຜົນ​​ແຫ່ງການ​ເຄື່ອນ​ໄຫວ​ຂອງ​ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ, ຕັດສິນ​ໃຈ​ປະຕິບັດ​ບັນດາ​ແຜນການ​ທີ່ໄດ້​ວາງ​ອອກ​ໃນ​ໂຄງການ​ຮ່ວມ​ມື​ເສດຖະກິດ ​ໄລຍະ 2013 – 2015 ​ເປັນ​ຢ່າງ​ດີ, ມີ​ບັນດາ​ມາດ​ຕະການໜູນ​ຊ່ວຍ​ການ​ເຄື່ອນ​ໄຫວ​ສົ່ງ​ອອກ - ນຳ​ເຂົ້າ​ລະຫວ່າງ 2 ປະ​ເທດ​ຢ່າງ​ຕັ້ງໜ້າ, ຊຸກຍູ້​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ (FTA) ຫວຽດນາມ ກັບ​ພັນທະ​ມິດ​ພາສີ ລັດ​ເຊຍ - ​ເບ​ລາຣຸດ - Kazakhstan ​ໃຫ້ສິ້ນ​ສຸດ​ໂດຍ​ໄວ. 2 ຝ່າຍ​ຕີ​ລາຄາ​ສູງ​ການ​ຮ່ວມ​ມື​ດ້ານ​ເຕັກນິກ​ການ​ທະຫານ - ​ເຊິ່ງ​ແມ່ນຂົງ​ເຂດ​ຮ່ວມ​ມື​ທີ່ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຍ້ອນ 2 ປະ​ເທດ​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ສູງ, ຢຶນຢັນ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ໃນ​ຂົງ​ເຂດ​ນີ້.”

  ຕອນຄຳ່ວັນດຽວກັນ,ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫຽດນາມ
ເດີນທາງອອກຈາກນະຄອນຫລວງ Minsk ກັບຄືນເມືອປະເທດ ສິ້ນສຸດການຢ້ຽມຢາມ ເບລາຣຸດ ຢ່າງເປັນທາງການ. ເນື່ອງໃນໂອກາດນີ້ ສອງຝ່າຍໄດ້ອອກຖະແຫລງການຮ່ວມກ່ຽວກັບໝາກຜົນການຢ້ຽມຢາມ ເບລາຣຸດ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ. ຖະແຫລງການຊີ້ແຈ້ງວ່າ: ສອງຝ່າຍ ເຫັນດີສືບຕໍ່ແລກປ່ຽນຄະນະຜູ້ແທນຂັ້ນສູງ, ພ້ອມກັນມານະພະຍາຍາມນຳການຮ່ວມມືເສດຖະກິດການຄ້າ ລະຫວ່າງສອງປະເທດຂຶ້ນສູ່ລະດັບສູງໃຫມ່ສົມກັບຄວາມສາມາດບົ່ມຊ້ອນຂອງສອງປະເທດ. ເບລາຣຸດ ພ້ອມແລ້ວສືບຕໍ່ແລກປ່ຽນບົດຮຽນ ແລະ ເພີ່ມທະວີການຮ່ວມມືຫລາຍດ້ານໃນເວທີສາກົນ. ຄຽງຄູ່ກັນນັ້ນ ສະຫນັບສະຫນູນການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມປອດໄພ ແລະ ຄວາມໝັ້ນຄົງການເດີນທະເລ ຢູ່ທະເລຕາເວັນອອກ, ແກ້ໄຂການພິພາດໂດຍສັນຕິວິທີ.