(ພາບປະກອບ:dan tri.com)
( vovworld ) – ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/7/1947-27/7/2012), ຕອນເຊົ້າວັນທີ 25/7, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ Huynh Ngoc Son ແລະ ຄະນະປະຕິບັດງານຂອງຫ້ອງວ່າການສະພາແຫ່ງຊາດໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແມ່ຫວຽດນາມວິລະຊົນ, ຄອບຄົວທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດດີເດັ່ນຈຳນວນ 1 ໃນບໍລິເວນແຂວງດັກລັກ ແລະ ທະຫວາຍທູບທຽນຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຂວງ.
ແລະໃນເວລາດຽວກັນ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ Nguyen Thien Nhan ແລະ ການນຳແຂວງ Quang Tri ໄດ້ໄປທະຫວາຍທູບທຽນ ອາໄລຫາດງວວິນຍານບັນດານັກວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດ Truong Son, ເຂົ້າຮ່ວມພິທີເປີດສະຫຼອງອະນຸສາວະລີນັກຮົບເສຍສະຫຼະຊີວິດເພື່ອຊາດ Ben Tat-Truong Son ຊື່ງເປັນແຫ່ງບູຊາ ອາໄລຫາບັນດານັກຮົບເສຍສະຫຼະຊີວິດໃນເສັ້ນທາງ Truong Son ແລະ ໄປຢ້ຽມຢາມ, ມອບຂອງຂວັນຄອບຄົວນະໂຍບາຍຕາແສງ Vinh Truong ເມືອງ Gio Linh ແຂວງ Quang Tri.