ການເຄື່ອນໄຫວຕ້ອນຮັບບູນປີໃໝ່ລາວ ຢູ່ແຂວງທາຍງວຽນ

Chia sẻ

ການ​ເຄື່ອນ​ໄຫວ​ຕ້ອນຮັບ​ບູນປີ​ໃໝ່​ລາວ​ຢູ່​ທາຍ​ງວຽນ

ການເຄື່ອນໄຫວຕ້ອນຮັບບູນປີໃໝ່ລາວ ຢູ່ແຂວງທາຍງວຽນ - ảnh 1

(ພາບປະກອບ:7777club.vn)

(vovworld)- ​ແຕ່ວັນ​ທີ 13-15/4, ຢູ່​ບໍລິ​ເວນ​ແຂວງ​ທາຍ​ງວຽນ ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວຕ່າງ​ຕ້ອນຮັບ​ບຸນປີ​ໃໝ່​ລາວ 2013 ຢູ່ບັນດາມະຫາວິທະຍາ​ໄລ, ວິທະຍາ​ໄລ ​ແລະ ທ້ອງ​ຖິ່ນ​ຈຳນວນ​ໜຶ່ງ​ໃນ​ແຂວງ. ສະມາຄົມ​ມິດຕະພາບ​ຫວຽດນາມ-ລາວ​ ​ແຂວງ​ທາຍ​ງວຽນ ສົມທົບ​ກັບ​ບັນດາ​ເມືອງ​ດິ້ງ​ຮວາ, ຟູ​ເລືອ​ງ, ດ້າຍ​ຕື່ ​ແລະ ນະຄອນ​ທາຍ​ງວຽນ ຈັດ​ໃຫ້​ບັນດາ​ນັກ​ສຶກສາລາ​ວ-ກຳປູ​ເຈຍ ​ໄປ​ຢ້ຽມຢາມ​ເຂດ​ປູ່​ສະ​ນີຍະສະ​ຖານປະວັດ​ສາດ, ປະຕິວັດ, ສະຖານ​ທີ່​ທ່ອງ​ທ່ຽວ ​ແລະ ຈັດ​ງານ​ພົບ​ປະ​ແລກປ່ຽນ​ກັບ​ຊາວ​ໜຸ່ມ, ນັກ​ສຶກສາ​ທ້ອງ​ຖິ່ນ. ​ໃນ​ໂອກາດ​ນີ້, ບັນດາ​ເມືອງ, ນະຄອນ ​ແລະ ສະມາຄົມ​ມິດຕະພາບ​ຫວຽດນາມ-ລາວ​ ​ແຂວງ​ທາຍ​ງວຽນ ພ້ອມ​ກັບ​ຄະນະ​ອຳນວຍ​ການ​ບັນດາ​ໂຮງຮຽນ​ມີ​ນັກຮຽນ​ລາວ​ຮ່ຳຮຽນ ​ໄດ້​ຈັດ​ລາຍ​ການ​ຕ້ອນຮັບ​ບຸນ​ເຕັດ, ມອບ​ຂອງຂວັນ​ໃຫ້​ແກ່​ພວກ​ນ້ອງ.