ການເຄື່ອນໄຫວຂອງທ່ານຮອງນາຍົກລັດຖະມົນຕີ,ລັດຖະມົນຕີການຕ່າງປະເທດSlovakiaຢູ່ຮ່າໂນ້ຍ

Chia sẻ
Slovakia ຍາມ​ໃດ​ກໍ່​ສະ​ໜັບ​ສະ​ໜູນ ​​ບັນ​ດາ​ວິ​ສາ​ຫະ​ກິດ​ຂະ​ຫນາດ​ກາງ ແລະ ນ້ອຍ, ບັນ​ດາ​ວິ​ສາ​ຫະ​ກິດບໍ່​​ອາດຂາດ​ໄດ້​ໃນ​ກາ​ນ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຂອງ​ພຶື້ນ​ຖານ​ເສດ​ຖະ​ກິດ...
ການເຄື່ອນໄຫວຂອງທ່ານຮອງນາຍົກລັດຖະມົນຕີ,ລັດຖະມົນຕີການຕ່າງປະເທດSlovakiaຢູ່ຮ່າໂນ້ຍ - ảnh 1
ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ Slovakia Miroslav Lajcak ແລະ  ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ
(ພາບ: Nguyễn Khang/TTXVN)

(vovworld) – ​ ວັນ​ທີ 4/11, ທີ່​ສຳ​ນັກ​ງານ​ປະ​ເທດ​ປະ​ທານ, ທ່ານ​ປະ​ທານ​ປະ​ເທ​ດ ຫວຽດ​ນາມ ເຈືອງ​ເຕີນ​ຊາງ ໄດ້​ໃຫ້​ການ​ຕ້ອ​ນ​ຮັບ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ Slovakia Miroslav Lajcak, ເນື່ອງ​ໃນ​ໂອ​ກາດ​ທ່າ​ນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ມາ​ຢ້ຽມ​ຢາມ, ເຮັດ​ວຽກ​ຢູ່ ຫວຽດ​ນາມ ແຕ່​ວັນ​ທີ 4 – 5/11. ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນ​ຮັບ, ທ່ານ​ປະ​ທານ​ປະ​ເທດ ຖື​ວ່າ: ວິ​ວັດ​ທະ​ນາ​ການ​ເຈ​ລະ​ຈາ​ສັນ​ຍາ​ການ​ຄ້າ​ເສ​ລີ FTA ລະ​ຫວ່າງ ຫວຽດ​ນາມ ແລະ ສະ​ຫະ​ພາບ ເອີ​ລົບ (ອີ​ຢູ) ສ​ຳ​ເລັດ​ຜົນ, ​ຈະ​ເປີດ​ອອກ​ກາ​ລະ​ໂອ​ກາດ​ໃຫ້​ບັນ​ດາ​ຝ່າຍ. Slovakia ຈະ​ເຊື່ອມ​ຊຶມ​ເຂົ້າ​ຕະຫຼ​າດ ອາ​ຊຽນ ແລະ ກົງ​ກັນ​ຂ້າມ, ຫວຽດ​ນາມ ຈະ​ສຳ​ພັດ​ຕະຫຼາດ ອີ​ຢູ ຜ່ານ​ການ​ພົວ​ພັນ​ເພື່ອ​ນ​ມິດ​ທີ່​ເປັນ​ມູນ​ເຊື້ອ. ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ Slovakia Miroslav Lajcak ເນັ້ນ​ໜັກ​ວ່າ: Slovakia ຖື​ເປັນ​ສຳ​ຄັນ ແລະ ຈະ​ສືບ​ຕໍ່​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ທີ່​ເປັນ​ມູນ​ເຊື້ອກ​ັບ ຫວຽດ​ນາມ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໜີ​ໃຫ້ 2 ປະ​ເທດ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຂັ້ນ​ສູງ, ຊຸກ​ຍູ້​ການ​ພົວ​ພັນ​ທ​າງ​ດ້ານ​ການ​ທູດ​ປະ​ຊາ​ຊົນ, ຜັນ​ຂະ​ຫຍາຍ​ການ​ຮ່ວມ​ມື​ກ່ຽວ​ກັບ​ດ້ານ​ສຶກ​ສາ​ສິ​ລະ​ປະ​ການ​ສະ​ແດງ. ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ Slovakia Miroslav Lajcak ໃຫ້​ຮູ້​ວ່າ: ໃນ​ຄະ​ນະ​ຜູ້​ແທນ​ມາ​ຢ້ຽມ​ຢາມ ຫວຽດ​ນາມ ຄັ້ງ​ນີ້​ມີຫຼາຍ​ວິ​ສາ​ຫະ​ກິດ Slovakia ດ້ວຍ​ຄວາມ​ຫວັງ​ຊອກ​ຫາ​ກາ​ລະ​ໂອ​ກາດ ແລະ ຮ່ວມ​ມືທາງ​ດ້ານ​ພະ​ລັງ​ງານ​ນິວ​ເຄຼຍ, ກະ​ສິ​ກຳ, ຄຸ້ມ​ຄອງ​ແຫຼ່ງ​ນ້ຳ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຢືນ​ຢັນ: Slovakia ພ້ອມ​ແລ້ວ​ທີ່​ຈະ​ແລກ​ປ່ຽນ​ບົດ​ຮຽນ​ກ່ຽວ​ກັບ​ການ​ຫັນ​ປ່ຽນ​ເສດ​ຖະ​ກິດ​ກັບ ຫວຽດ​ນາມ ແລະ ຫວັງ​ວ່າ 2 ປະ​ເທດ​ຈະ​ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. Slovakia ສະ​ໜັບ​ສະ​ໜູນ​ວິ​ວັດ​ການ​​ເຈ​ລະ​ຈາຂອງ ຫວຽດ​ນາມ ກັບ ອີ​ຢູ ກ່ຽວ​ກັບ FTA, ຍ້ອນ​ສິ່ງ​ດັ່ງ​ກ່າວ​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ໃຫ້ແກ່ ຫວຽດ​ນາມ, Slovakia ພ້ອມ​ກັບ​ບັນ​ດາ​ສະ​ມາ​ຊິກ ອີ​ຢູ.

ແລະ​ກໍ່​ໃນ​ວັນ​ດຽວ​ກັນຢູ່​ຮ່າ​ໂນ້ຍ, ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ Slovakia ໄດ້​ເຂົ້າ​ຮ່​ວ​ມ​ເວ​ທີ​ປາ​ໄສວິ​ສາ​ຫະ​ກິດ ຫວຽດ​ນາມ - Slovakia ໂດຍ​ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ ຫວຽດ​ນາມ (VCCI) ຈັດ​ຕັ້ງ. ທີ່​ເວ​ທີ​ປາ​ໄສ, ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ Slovakia ໃຫ້​ຮູ້​ວ່າ: Slovakia ຍາມ​ໃດ​ກໍ່​ສະ​ໜັບ​ສະ​ໜູນ ​​ບັນ​ດາ​ວິ​ສາ​ຫະ​ກິດ​ຂະ​ຫນາດ​ກາງ ແລະ ນ້ອຍ, ບັນ​ດາ​ວິ​ສາ​ຫະ​ກິດບໍ່​​ອາດຂາດ​ໄດ້​ໃນ​ກາ​ນ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຂອງ​ພຶື້ນ​ຖານ​ເສດ​ຖະ​ກິດ ພ້ອມ​ທັງ​ເພີ່ມ​ທະ​ວີ​ວົງ​ເງິນ​ສົ່ງ​ອອກ - ນຳ​ເຂົ້າ, ເງິ​ນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ​ຂອງ​ 2 ປະ​ເທດ. ທ່ານ​ປະ​ທານ VCCI ດ່​ວານ​ຢູຍ​ເຄືອງ, ຮັບ​ຮູ້​ວ່າ: ບັນ​ດາ​ທ່າ​ແຮງ​ຄ້າຍ​ຄື​ກັນ​ກ່ຽວ​ກັບ​ກົນ​ໄກ​ເສດ​ຖະ​ກິດ, ສະ​ຖຽນ​ລະ​ພາບ​​ດ້ານ​ກາ​ນ​ເມືອງ, ແມ່ນ​ຕະຫຼາດ​ດຶງ​ດູດ, ຂະ​ຫຍັນ​ຂັນ​ເຄື່ອນ​ໃນ​ພາກ​ພື້ນ ອາ​ຊີ, ເອີ​ລົບ, ຫວຽດ​ນາມ ແລະ ສ. Slovakia ມີ​ກາ​ລະ​ໂອ​ກາດ​ເພື່ອ​ພັດ​ທະ​ນາ​ການ​ພົວ​ພັນ​ການ​ຄ້າ​ລະ​ຫວ່າງ 2 ປະ​ເທດ​ຕາມ​ລວງ​ກ້​ວາງ ແລະ ລວງ​ເລິກ, ພິ​ເສດ​ແມ່ນ​ການ​ຮ່ວມ​ມື​ລະ​ຫວ່າງ ປ​ະ​ຊາ​ຄົມ​ວິ​ສາ​ຫະ​ກິດ 2 ປະ​ເທດ.

        ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຄັ້ງ​ນີ້, ຕອນ​ຄ່ຳ​ວັນ​ທີ 4/11, ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສ. Slovakia ໄດ້​ເຂົ້າ​ຮ່​ວມ​ງານ​ວາງ​ສ​ະແດງ​ຮູບ​ຖ່າ​ຍ Slovakia – ຫວຽດ​ນາມ ແລະ ໄດ້​ຢ້ຽມ​ຢ​າມ​ສະ​ຖານ​ທີ່​ວັດ​ທະ​ນະ​ທຳບ​າງ​ແຫ່ງຢູ່ ຮ່າ​ໂນ້ຍ.