ການເຄື່ອນໄຫວຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ຢູ່ ຈີນ

Chia sẻ
(VOVWORLD) - ທ່ານປະທານປະເທດ ຫວໍວັນເຖືອງ ສະເໜີໃຫ້ 2 ຝ່າຍຍູ້ແຮງບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງ
ການເຄື່ອນໄຫວຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ຢູ່ ຈີນ - ảnh 1ທ່ານປະທານປະເທດ ຫວໍວັນເຖືອງ ພົບປະກັບທ່ານ ທາຍຈີ, ກຳມະການຜູ້ປະຈຳການກົມການເມືອງ, ເລຂາຄະນະເລຂາທິການ, ຫົວໜ້າຫ້ອງວ່າການສູນກາງພັກກອມມູນິດ ຈີນ
(ພາບ: TTXVN)

        ວັນທີ 19 ຕຸລາ, ໃນຂອບເຂດເຂົ້າຮ່ວມເຂົ້າຮ່ວມກອງປະຊຸມສຸດຍອດ ເວທີປາໄສ ການຮ່ວມມືສາກົນ “ໜຶ່ງແລວ, ໜຶ່ງເສັ້ນທາງ” ຄັ້ງທີ 3, ເຊິ່ງຈັດຂຶ້ນຢູ່ ປັກກິ່ງ, ປະເທດ ຈີນ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ພົບປະກັບທ່ານ ທາຍຈີ, ກຳມະການຜູ້ປະຈຳການກົມການເມືອງ, ເລຂາຄະນະເລຂາທິການ, ຫົວໜ້າຫ້ອງວ່າການສູນກາງພັກກອມມູນິດ ຈີນ; ຕ້ອນຮັບທ່ານ ຈີລືເສິນ ປະທານທະນາຄານ ລົງທຶນພື້ນຖານໂຄງລ່າງອາຊີ (AIIB).

        ທີ່ການພົບປະກັບທ່ານ ທາຍຈີ, ກຳມະການຜູ້ປະຈຳການກົມການເມືອງ, ເລຂາຄະນະເລຂາທິການ, ຫົວໜ້າຫ້ອງວ່າການສູນກາງພັກກອມມູນິດ ຈີນ, ທ່ານປະທານປະເທດ ຫວໍວັນເຖືອງ ສະເໜີໃຫ້ 2 ຝ່າຍຍູ້ແຮງບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງ; ເພີ່ມທະວີການຮ່ວມມືລະຫວ່າງບັນດາ ກະຊວງ, ຄະນະ, ຂະແໜງການ, ທ້ອງຖິ່ນລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ. ທ່ານປະທານປະເທດ ສະເໜີໃຫ້ ຈີນ ສືບຕໍ່ສ້າງເງື່ອນໄຂສະດວກເພື່ອເປີດກວ້າງການນຳເຂົ້າຜະລິດຕະພັນກະເສດປະເພດຕ່າງໆຂອງ ຫວຽດນາມ, ເພີ່ມທະວີການລົງທຶນເຂົ້າ ຫວຽດນາມ; ເປີດກວ້າງການຮ່ວມມືດ້ານວັດທະນະທຳ, ການພົບປະແລກປ່ຽນປະຊາຊົນ.

ບົນພື້ນຖານຄວາມຮັບຮູ້ລວມຂັ້ນສູງ, ທ່ານປະທານປະເທດສະເໜີໃຫ້ 2 ຝ່າຍຄວບຄຸມ ແລະ ແກ້ໄຂຄວາມບໍ່ລົງລອຍກັນຢ່າງສົມເຫດສົມຜົນ ແລະ ບັນດາບັນຫາທີ່ຍັງຄົງຄ້າງໃນການພົວພັນລະຫວ່າງ 2 ປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ.

ການເຄື່ອນໄຫວຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ຢູ່ ຈີນ - ảnh 2ທ່ານປະທານປະເທດ ຫວໍວັນເຖືອງ ຕ້ອນຮັບທ່ານ ຈີລືເສິນ, ປະທານທະນາຄານລົງທຶນພື້ນຖານໂຄງລ່າງອາຊີ
(ພາບ: TTXVN)

          ທີ່ການຕ້ອນຮັບທ່ານ ຈີລືເສິນ, ປະທານທະນາຄານລົງທຶນພື້ນຖານໂຄງລ່າງອາຊີ (AIIB), ທ່ານປະທານປະເທດ ຫວໍວັນເຖືອງ ສະເໜີໃຫ້ AIIB ສືບຕໍ່ໜູນຊ່ວຍບັນດາສະມາຊິກທີ່ມີຄວາມຕ້ອງການຂະໜາດໃຫຍ່ດ້ານທຶນ ແລະ ເຕັກໂນໂລຊີ; ຊຸກຍູ້ການພັດທະນາພື້ນຖານໂຄງລ່າງຢູ່ພາກພື້ນ, ໃນນັ້ນ, ໃຫ້ບຸລິມະສິດໃນວິວັດການຫັນເປັນສີຂຽວ, ຍົກສູງກຳລັງຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ